ຜູ້ຈັດການທີມຟຸດຊໍທີມຊາດອີຣ່ານ ອາໝັດ ຕາເຮຣີ່ ເສຍຊີວິດແລ້ວ ຫຼັງຈາກຕິດເຊື້ອໄວຣັສ COVID-19
March 17, 2020 - 5:06 PM


ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ຈາກກໍລະນີທີ່ມີການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໄປທົ່ວໂລກ ລວມເຖີງປະເທດອີຣ່ານ ທີ່ມີອັດຕາຜູ້ຕິດເຊື້ອໄວຣັສດັ່ງກ່າວສູງເປັນອັນດັບທີ່ 3 ຂອງໂລກ ຮອງຈາກຈີນ ແລະ ອີຕາລີ ໂດຍປະເທດອີຣ່ານມີຜູ້ຕິດເຊື້ອທັ້ງໝົດກວ່າ 14.991 ຄົນ ເສຍຊີວິດກວ່າ 853 ຄົນ (ຂໍ້ມູນຈາກ WHO ວັນທີ່ 17 ມີນາ ເວລາ 11:31)
ຫຼ້າສຸດມີລາຍງານຂ່າວຈາກນະຄອນຫຼວງເຕຮາຣ່ານວ່າ: ເກີດຂ່າວເສົ້າສະລົດໃຈໃນວົງການກີລາຟຸດຊໍຂອງປະເທດອີຣ່ານ,ເມື່ອ ອາໝັດ ຕາເຮຣີ່ ຜູ້ຈັດການທີມຟຸດຊໍທີມຊາດອີຣ່ານ ໄດ້ເສຍຊີວິດຈາກການຕິດເຊື້ອໄວຣັສ COVID-19