ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ

ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ - 178 - ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ
ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ - kitchen vibe - ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ

     ​ໄບ​ໂອ​ເອັນ​ເທັກ (BioNTech) ບໍລິສັດ​ການ​ຢາ​ສັນຊາດ​ເຢຍລະ​ມັນ ປະກາດ​ຈັບ​ມື​ເປັນ​ພັນທະ​ມິດ​ໃນ​ດ້ານ​ການ​ຢາ ຮ່ວມ​ກັບ​ກຸ່ມ​ບໍລິສັດ​ຟູ່ຊິງ (Fosun Group) ຂອງ​ຈີນ ສຳລັບ​ການ​ພັດທະນາ ​ແລະ ການຈຳໜ່າຍ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ​ໃນ​ປະ​ເທດ​ຈີນ.

     ບໍລິສັດ​ໄບ​ໂອ​ເອັນ​ເທັກ ​ເຊິ່ງມີ​ສຳນັກງານ​ໃຫຍ່​ຢູ່​ເມືອງ​ມາຍ ກ່າວ​ໃນ​ຖະ​ແຫລ​ງການ​ວ່າ: ຈະ​ມີ​ການ​ທົດ​ລອງ​ທາງ​ຄລີ​ນິກຂອງ​ວັກ​ແຊງ​ເອັມອາຣ​ເອັນ​ເອ (mRNA) ຢູ່​ຈີນ ຮ່ວມ​ກັບ​ອຸດສາຫະກຳ​ຟູ່ຊິງ​ຟາ​ມາ (Fosun Pharma) ​ເຊິ່ງ​ເປັນ​ບໍລິສັດ​ຍ່ອຍ​ຂອງ​ຊຽງ​ໄຮ້​ຟູ່ຊິງ​ຟາ​ມາ​ຊູ​ຕິ​ຄໍ (ກຣຸບ) ຈຳກັດ.

ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ

      ການ​ຮ່ວມ​ມື​ດັ່ງກ່າວ​ຈະ​ໃຊ້​ປະ​ໂຫຍ​ດຈາກ​ເຕັກ​ໂນ​ໂລ​ຊີ​ເອັມອາຣ​ເອັນ​ເອທີ່​ເປັນ​ກຳມະສິດ​ຂອງ​ໄບ​ໂອ​ເອັນ​ເທັກ ​ແລະ ຄວາມ​ສາມາດ​ໃນ​ການ​ພັດທະນາ ​ແລະ ການ​ຄ້າ​ຂອງ​ຟູ່ຊີງ​ຟາ​ມາ​ໃນ​ປະ​ເທດ​ຈີນ.

     ຟູ່ຊິງ​ຟາ​ມາ​ຈ່າຍ​ເງິນ 135 ລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ໄປ​ໂອ​ເອັນ​ເທັກ ສຳລັບ​ການ​ລົງທຶນ​ລ່ວງ​ໜ້າ ​ແລະ ຊໍາລະ​ຕາມ​ຂັ້ນຄວາມ​ສຳ​ເລັດ​ຂອງ​ວຽກ ​ເຊິ່ງລວມທັງ​ການ​ລົງທຶນ 50 ລ້ານ​ໂດ​ລາ ​ໃນ​ຫຸ້ນ​ໄບ​ໂອ​ເອັນ​ເທັກທີ່​ໄດ້​ຮັບ​ການ​ອະນຸມັດ​ຕາມ​ກົດ​ລະບຽບ​ຂອງ​ຈີນ.

      ຕາມ​ຂໍ້​ຕົກລົງ​ລະບຸ​ວ່າ: ຟູ່ຊິງ​ຟາ​ມາ​ຈະ​ຈຳໜ່າຍ​ວັກ​ແຊງ​ໃນ​ປະ​ເທດ​ຈີນ​ເມື່ອ​ໄດ້​ຮັບ​ອະນຸມັດ​ຕາມ​ກົດ​ລະບຽບ, ຂະນະ​ທີ່​ໄບ​ໂອ​ເອັນ​ເທັກ​ມີ​ສິດ​ໃນ​ການ​ພັດທະນາ ​ແລະ ຈຳໜ່າຍ​ວັກ​ແຊງ​ໃນ​ສ່ວນ​ອື່ນ​ຂອງ​ໂລກ.

ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ - 3 - ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ
ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ - 5 - ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ
ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ - 4 - ບໍລິສັດຢາເຢຍລະມັນຈັບມື “ຟູ່ຊິງຟາມາ” ພັດທະນາວັກແຊງ ກຽມຈຳໜ່າຍທົ່ວໂລກ