ຫຼວງພະບາງ ເປີດຂະບວນສັກຢາວັກຊີນກັນພະຍາດມະເຮັງປາກມົດລູກ
March 17, 2020 - 6:56 PM


ໃນວັນທີ 17 ມີນານີ້ ຫ້ອງການສາທາລະນະສຸກນະຄອນ-ຫຼວງພະບາງ ໄດ້ເປີດຂະບວນສັກຢາວັກຊີນກັນມະເຮັງມົດລູກ ຂຶ້ນທີໂຮງຮຽນມັດທະຍົມສົມບູນປ່ອງຄຳ ເນື່ອງຈາກ ປັດຈຸບັນແມ່ຍິງເປັນພະຍາດດັ່ງກ່າວກວມອັດສູງສົມຄວນຄື: ແຕ່ລະປີທົ່ວໂລກມີແມ່ຍິງຜູ້ຕິດເຊື້ອເຖິງ 5 ແສນກວ່າຄົນ ແລະ ເສຍຊີວິດຈາກພະຍາດນີ້ກວມ 50%,ດັ່ງນັ້ນການເປີດຂະບວນການສັກຢາກັນພະຍາດມະເຮັງນີ້ຈິ່ງມີຄວາມຈຳເປັນສູງໂດຍສະເພາະ ໃຫ້ກຸ່ມເປົ້າໝາຍ ເດັກຍິງ ອາຍຸແຕ່ 10 ຫາ 14 ປີ ແນໃສ່ເຮັດໃຫ້ ອັດຕາຄວາມສຽງຕໍ່ການຕິດເຊື້ອພະຍາດມະເຮັງປາກມົດລູກລຸດໜ້ອຍລົງ.
ສຳລັບ ນະຄອນ-ຫຼວງພະບາງ ມີເປົ້າໝາຍທັງໝົດ 4 ພັນກວ່າຄົນ, ໃນ 15 ກຸ່ມ ສ່ວນໃຫຍ່ແມ່ນເລັ່ງໃສ່ແຕ່ລະໂຮງຮຽນ ໃຫ້ບັນລຸເປົ້າໝາຍທີວາງໄວ້. ຂະບວນການສັກວັກຊິນດັ່ງກ່າວໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ເລີ່ມແຕ່ວັນທີ 10 ຫາ 20 ມີນານີ້ໃຫ້ສໍາເລັດ ຕາມເປົ້າໝາຍ.