20 ປະເທດສັ່ງຊື້ເຄື່ອງກວດເຊື້ອໄວຣັສໂຄວິດ ຂອງຫວຽດນາມ
ລູກເມືອງພວນ
ອີງຕາມສຳນັກຂ່າວ VnExpress ຂອງຫວຽດນາມວັນທີ 17 ມີນານີ້ໃຫ້ຮູ້ວ່າ: ພາຍຫຼັງຫວຽດນາມຜະລິດສຳເລັດ ເຄື່ອງກວດເຊື້ອໄວຣັສໂຄວິດ ໄດ້ມີຫຼາຍປະເທດຈອງຊື້ ແຕ່ກ່ອນອື່ນໝົດແມ່ນຈະສົ່ງໄປ ຢູເຄຣນ, ຟີນແລນ, ອີຣານ ແລະ ມາເລເຊຍ ກ່ອນ.
ເຄື່ອງກວດວັດໄວຣັສໂຄວິດສອງຊະນິດຖືກຜະລິດຂຶ້ນມາດ້ວຍນະວັດຕະກຳຊີວະວິທະຍາໂມເລກຸນ (RT-PCR và real-time RT-PCR) ຖືກຄົ້ນຄ້ວາ ແລະ ພັດທະນາຂຶ້ນມາໂດຍ ສະຖາບັນການແພດທະຫານ ແລະ ບໍລິສັດຫຸ້ນສ່ວນເທັກໂນໂລຢີ ຫວຽດອ້າ. ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ເປັນຜູ້ໃຫ້ທຶນໃນການຄົ້ນຄ້ວາ. ເຄື່ອງວັດດັ່ງກ່າວຖືກຮັບຮອງໂດຍກະຊວງສາທາລະນະສຸກ ແລະ ອານຸຍາດໃຫ້ທຳການຜະລິດຢ່າງກ້ວາງຂວາງ.
ກະຊວງວິທະຍາສາດເທັກໂນໂລຢີໃຫ້ຮູ້ວ່າ ປັດຈຸບັນມີວັດສະດຸສາມາດຜະລິດໄດ້ພຽງ 180.000 ແທັສ (1 ຊຸດມີ 50 ແທັສ) ແລະ ກຳລັງນຳເຂົ້າວັດສະດູເພື່ອຜະລິດໃຫ້ໄດ້ຕື່ມອີກ 120.000 ແທັສ.
ປັດຈຸບັນມີ 20 ປະເທດທີ່ສັ່ງຈອງ ເຄື່ອງກວດວັດໄວຣັສດັ່ງກ່າວແລ້ວ. ອີຣານສັ່ງຈອງ 200.000 ແທັສ (4.000 ຊຸດ), ຢູເຄຣນ 15.000 ແທັສ (300 ຊຸດ).