ເຕັກນິກການຜະລິດເມັດພັນສາລີແບບປະສົມ
ຮຽບຮຽງໂດຍ: ຂັນວິຈິດ
- ປະຫວັດຄວາມເປັນມາ.
ແນວພັນສາລີແບບປະສົມ LVN 10 ເປັນທີ່ຮູ້ກັນຢ່າງກວ້າງຂວາງໃນກຸ່ມຂອງຊາວກະສິກອນຜູ້ຜະລິດສາລີ. ແນວພັນນີ້ແມ່ນສະຖາບັນຄົ້ນຄວ້າສາລີຂອງຫວຽດນາມ ໄດ້ທຳການສຶກສາຄົ້ນຄວ້າເປັນເວລາ 28 ປີ ຈຶ່ງສຳເລັດ. ປັດຈຸບັນນີ້ ສສ ຫວຽດນາມ ໄດ້ຜະລິດເມັດພັນສາລີ LVN10 ສົ່ງອອກຂາຍໄປຍັງປະເທດຕ່າງໆ ໃນທະວີບອາຊີ ແລະ ເຂດແຄ້ວນ. ສຳລັບປະເທດເຮົາໃນປັດຈຸບັນການຜະລິດເມັດພັນສາລີແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄວາມຮຽກຮ້ອງຕ້ອງການທາງດ້ານແນວພັນກໍຫລາຍຂຶ້ນ ຈຶ່ງຈຳເປັນຕ້ອງໄດ້ຊື້ແນວພັນທີ່ນຳເຂົ້າມາຈາກຕ່າງປະເທດເຊັ່ນ: ປະເທດໄທ ແລະ ສສ ຫວຽດນາມ ເປັນຕົ້ນ.

-
ວິທີການຜະລິດເມັດພັນ.
- ການຄັດເລືອກສະຖານທີ່.
ສະຖານທີ່ຜະລິດເມັດພັນສາລີຄວນເປັນບ່ອນທີ່ດິນມີຄວາມອຸດົມສົມບູນ ບໍ່ເປັນແຫລ່ງທີ່ສະສົມພະຍາດ ແລະ ແມງໄມ້, ເປັນບ່ອນທີ່ຫ່າງຈາກພື້ນທີ່ປູກສາລີ ພັນອື່ນຢ່າງໜ້ອຍ 800 ແມັດ ຫລື ໄລຍະຫ່າງທາງດ້ານເວລາຂອງການປູກ ສາລີພັນອື່ນ 21ວັນ ເປັນຢ່າງໜ່ອຍ.
- ການກຽມພື້ນທີ່.
ພື້ນທີ່ຕ້ອງຖາງອະນາໄມໃຫ້ລະອຽດ, ໄຖຕາກແດດປະໄວ້ 7-10 ວັນ ແລ້ວຈຶ່ງມາໄຖຄົ້ນຄືນ. ເມື່ອໄຖສຳເລັດແລ້ວກໍເອົາຝຸ່ນຄອກລົງໃສ່ໃນອັດຕາ 4 ໂຕນ/ເຮັກຕາ. ຈາກນັ້ນ, ຈຶ່ງຄາດ ແລະ ຍົກຮ່ອງທີ່ມີໄລຍະຫ່າງກັນຂອງຮ່ອງ 60 ຊັງຕີແມັດ ຄວາມກວ້າງຂອງຮ່ອງແມ່ນ 20 ຊັງຕີແມັດ.
- ການກຽມເມັດພັນ.
ເມັດທີ່ເປັນສາຍພັນແມ່ນມີສອງຊະນິດຄື: ພັນຜູ້ (ເມັດຜູ້) ແລະ ພັນແມ່ (ເມັດແມ່) ຕ້ອງແຊ່ເມັດຜູ້ກ່ອນ 8 ຊົ່ວໂມງແລ້ວຈຶ່ງແຊ່ເມັດແມ່ (ໃຊ້ເວລາແຊ່ນ້ຳ 8 ຊົ່ວໂມງ, ເມັດຜູ້ ແລະ ແມ່ຫ້າມປົນກັນ) ຈາກນັ້ນກໍເອົາມາບົ່ມໃສ່ຂີ້ຊາຍຮອງດ້ວຍພາຊະນະປະໄວ້ໜຶ່ງວັນ ຈຶ່ງນຳໄປປູກ.

- ວິທີການປູກ.
ອັດຕາການປູກລະຫວ່າງເມັດພັນຜູ້ກັບເມັດພັນແມ່ແມ່ນ 1/4 ໝາຍຄວາມວ່າໜຶ່ງແຖວຜູ້ຕໍ່ສີ່ແຖວແມ່. ໄລຍະຫ່າງຂອງການປູກແມ່ນ 25X75 ຊັງຕີແມັດ ອັດຕາການປູກແມ່ນສອງເມັດຕໍ່ຂຸມ, ເມື່ອງອກຂຶ້ນມາ ຈຶ່ງຖອນແຍກອອກເຫລືອໄວ້ໜຶ່ງຕົ້ນຕໍ່ຂຸມ.
- ການກຳຈັດຕົ້ນປົນ.
ເມື່ອສາລີງອກຂຶ້ນມາໄດ້ 10-15 ວັນ ກໍຖອນແຍກອອກ ແລະ ກຳຈັດຕົ້ນປົນ ເຮົາສັງເກດເບິ່ງຫາກເຫັນວ່າ ມີຕົ້ນທີ່ຜິດປົກກະຕິ ຫລື ແຕກຕ່າງຈາກໝູ່ ໃຫ້ ທຳລາຍຖິ້ມ, ການກຳຈັດຕົ້ນປົນ ແມ່ນຕ້ອງໄດ້ປະຕິບັດຕະຫລອດລະດູການຜະລິດ.
- ການໃສ່ຝຸ່ນ.
ອັດຕາຝຸ່ນທີ່ກຳນົດແມ່ນ 60-30-30 ໂດຍແບ່ງໃສ່ສາມໄລຍະດັ່ງນີ້: ໃນອັດ ຕາຈັກ 100 ກິໂລ/ຮຕ.
- ເລັ່ງຄັ້ງທີ 1 ເມື່ອສາລີມີ 2-3 ໃບແທ້ ໃສ່ 1/3 ຢູເລຍ (N) ແລະ ½ ຂອງກາລີ (K).
- ເລັ່ງຄັ້ງທີ 2 ເມື່ອສາລີມີ 5-7 ໃບແທ້ໃສ່ 1/3 ຢູເລຍ (N) ແລະ 1 ສ່ວນຂອງກາລີ (K).
- ເລັ່ງຄັ້ງທີ 3 ເມື່ອສາລີມີ 9-10 ໃບແທ້ແມ່ນໃສ່ສ່ວນທີ່ຍັງເຫລືອໃຫ້ໝົດ.
- ການຖອດດອກຜູ້ຂອງຕົ້ນແມ່.
ເມື່ອສາລີຕົ້ນແມ່ພັນເລີ່ມຕົ້ນອອກດອກ (ຊໍ່ດອກຜູ້) ກໍຖອດຖິ້ມໃຫ້ໝົດທຸກແໜງ ແລະ ທຸກຕົ້ນກ່ອນທີ່ມັນຈະກະຈາຍເກສອນ. ແຕ່ການຖອດດອກຕ້ອງລະວັງຢ່າ ໃຫ້ໃບວິ ຫລື ໃບສຸດອອກນຳ, ຕ້ອງປະຕິບັດທຸກມື້ຈົນກວ່າດດອກຈະອອກໝົດອອກຕົ້ນ.
- ການເອົາເກສອນຜູ້ (ຕົ້ນຜູ້).
ເມື່ອເຫັນວ່າດອກຜູ້ຂອງຕົ້ນຜູ້ບານເຕັມທີ່ ແລະ ພ້ອມທີ່ຈະກະຈາຍເກສອນ ນຳເອົາອຸປະກອນທີ່ເປັນປຼາສະຕິກເຊັ່ນ: ຊາມ, ຄຸ ມາຮອງຮັບເອົາເກສອນ ໂດຍຄ່ອຍໆ ໂນ້ມແຊງດອກລົງໃສ່ຊາມແລ້ວເຄາະຄ່ອຍໆເພື່ອເອົາເກສອນ. ການເຄາະເອົາເກສອນຄວນລະວັງຢ່າໃຫ້ຊໍ່ດອກຫັກ.
- ການປະສົມພັນ.
ຫລັງຈາກທີ່ກຽມເກສອນແລ້ວກໍເລີ່ມລົງມືປະສົມພັນໄດ້ເມື່ອດອກແມ່ (ໄໝ) ຍາວປະມານ 3 ຊັງຕີແມັດຂຶ້ນໄປ. ການປະສົມພັນແມ່ນໃຊ້ອຸປະກອນທີ່ຫາງ່າຍເຊັ່ນ: ກ້ອງແປ້ງ, ຂົນໄກ່, ຍອງຝ້າຍມາຕັກ ຫລື ຈຸບເອົາເກສອນໄປໃສ່ດອກແມ່ ແລະ ຄວນປະຕິບັດທຸກເຊົ້າແຕ່ເວລາ 8-10 ໂມງ ແລະ ຕອນແລງ 3-5 ໂມງ ອຸນຫະພູມ 23-28 ອົງສາ ແລະ ຄວາມຊຸ່ມ 80-90% ແມ່ນເໝາະສົມທີ່ສຸດ. ພາຍຫລັງທີ່ປະສົມພັນສຳເລັດແລ້ວ ຫລື ລະອອງເກສອນຜູ້ກະຈາຍໝົດແລ້ວໃຫ້ຕັດຕົ້ນຜູ້ຖິ້ມ.

- ການເກັບກູ້.
ເມື່ອເຫັນວ່າສາລີສຸກແກ່ເຕັມທີ່ກໍເກັບກູ້ໂລກ. ຫລັງຈາກເກັບມາແລ້ວໃຫ້ຕາກ ຝັກຢ່າງໜ້ອຍ 4 ແດດຈຶ່ງນຳໄປແກະເມັດແລ້ວຕາກອີກ 8 ແດດ ຈົນກວ່າຄວາມຊຸ່ມເຫລືອ 8% ຈິ່ງນຳໄປຄັດເມັດ, ຈັດເກດ ແລະ ກຸ່ມສີຈຶ່ງນຳໄປບັນຈຸ ໃສ່ຖົງຫຸ້ມຫໍ່ລະອຽດ.
- ຜົນໄດ້ຮັບຈາກການຜະລິດ.
- ມີແນວພັນສາລີໄວ້ປູກໃນປີຕໍ່ໄປ.
- ມີລາຍຮັບຈາກການຂາຍແນວພັນສາລີ ແລະ ຜົນຜະລິດໃນລະດູຖັດໄປ.
- ສາມາດຫລຸດຜ່ອນການນຳເຂົ້າເມັດພັນສາລີຈາກຕ່າງປະເທດ.
ການຜະລິດເມັດພັນສາລີລູກປະສົມຄວນເອົາໃຈໃສ່ດັ່ງນີ້:
- ຕ້ອງຕິດຕາມຂໍ້ມູນອຸຕຸນິຍົມ ເພື່ອຮັບປະກັນໄລຍະປະສົມພັນບໍ່ໃຫ້ຖືກຊ່ວງທີ່ມີຝົນຕົກຫລາຍ ແລະ ສະພາບອາກາດເໝາະສົມ.
- ການກຳຈັດຕົ້ນປົນ, ເດັດດອກຜູ້ຂອງຕົ້ນແມ່ ແລະ ປະສົມພັນ ຄວນເອົາໃຈໃສ່ ເປັນພິເສດເພື່ອຮັບປະກັນການກາຍພັນ.
- ເມື່ອເຄາະເອົາເກສອນໄດ້ແລ້ວກໍປະສົມພັນໂລດບໍ່ຄວນປະໄວ້ດົນເກີນ 12 ຊົ່ວໂມງ ເພາະອັດຕາການປະສົມພັນຕິດຈະຫລຸດລົງ.
ແຫລ່ງຂໍ້ມູນ: ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ພາກເໜືອສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ.