ມາເບິ່ງ 5 ທຸລະກິດ “ຟ້າຫລັງຝົນ” ຫລັງວິກິດໄວຣັສໂຄວິດ-19


ການລະບາດຂອງໂຣກທາງເດີນຫາຍໃຈກະທັນຫັນຮຸນແຮງ ຫລື ຊາຣ໌ສ ປີ 2002-2003 ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດຈີນມະຫາສານ. ຂະນະດຽວກັນກໍເປັນໂອກາດໃຫ້ທຸລະກິດຈີນ ສາມາດກ້າວຂຶ້ນມາເປັນບໍລິສັດຊັ້ນນຳໄດ້ໃນປັດຈຸບັນ. ຂະນະທີ່ການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫລື ໂຄວິດ-19 ໃນປັດຈຸບັນ ຖືກເບິ່ງວ່າອາດຈະເປັນຈຸດພິກປີ້ນໃຫ້ທຸລະກິດຈີນຫລາຍປະເພດ ກ້າວຂຶ້ນມາເປັນທຸລະກິດແນວໜ້າໄດ້.
ເຊົາໄຊນາ ມໍນິ້ງໂພດ ລາຍງານວ່າ: ການແຜ່ລະບາດຂອງໂຣກຊາຣ໌ສສົ່ງຜົນໃຫ້ ທຸລະກິດອີຄອມເມີດຈີນ ຕອນນັ້ນໄດ້ຮັບຜົນປະໂຫຍດ ຊາວຈີນຈຳນວນຫລາຍຫັນມາສັ່ງຊື້ສິນຄ້າອອນລາຍຫລາຍຂຶ້ນ ຈາກຄວາມຢ້ານກົວໂຣກລະບາດ ແລະ ຍັງນິຍົມໃຊ້ບໍລິການອອນລາຍ ເຖິງວ່າໂຣກລະບາດຈະຜ່ານພົ້ນໄປແລ້ວ. “ອາລີບາບາ” ເປັນໜຶ່ງໃນບໍລິສັດທີ່ໄດ້ຮັບຜົນປະໂຫຍດຈາກການທີ່ບໍລິສັດເປີດຕົວແພລດຟອມອີຄອມເມີດ “ເຖົາເປົ່າ” ຄັ້ງທຳອິດລະຫວ່າງເກີດໂຣກຊາຣ໌ສ ໃນປີ 2003 ເຊິ່ງໄດ້ຮັບຄວາມນິຍົມຈົນສາມາດໂຄ່ນລົ້ມ “ອີເບຍ” ອີຄອມເມີດອາເມລິກາທີ່ຄອງຕະຫລາດຈີນໃນຕອນນັ້ນ ແລະ ສົ່ງຜົນໃຫ້ປັດຈຸບັນບໍລິສັດອາລີບາບາມີມູນຄ່າເກືອບ 573.000 ລ້ານໂດລາສະຫະລັດ ແລະ ເຖົາເປົ່າກາຍເປັນໜຶ່ງໃນແພລດຟອມອີຄອມເມີດໃຫຍ່ທີ່ສຸດໃນໂລກ.
ເຊັ່ນດຽວກັບ “ເຈດີດອດຄອມ” ທີ່ກ້າວສູ່ແພລດຟອມອອນລາຍໃນໄລຍະໂຣກຊາຣ໌ສລະບາດ ໂດຍນຳສະເໜີບໍລິການຈັດສົ່ງສິນຄ້າທີ່ວ່ອງໄວ ແລະ ຂະຫຍາຍປະເພດສິນຄ້າອອກໄປ ຈົນປັດຈຸບັນກາຍເປັນອີຄອມເມີດເບີ 2 ຂອງຈີນ.
ສົ່ງຜົນໃຫ້ນັກວິເຄາະຕິດຕາມເບິ່ງວ່າ: ການແຜ່ລະບາດຂອງໂຄວິດ-19 ໃນຄັ້ງນີ້ຈະເຮັດໃຫ້ເກີດປະຫວັດສາດຊ້ຳຮອຍ ຫລື ບໍ່.
ໂດຍມີທຸລະກິດອອນລາຍ 5 ປະເພດທີ່ຄາດວ່າຈະໄດ້ຮັບຜົນປະໂຫຍດຈາກການລະບາດຂອງໄວຣັສ: ທຸລະກິດທຳອິດ ຄື “ການສຶກສາອອນລາຍ” ເນື່ອງຈາກຫລາຍໂຮງຮຽນຫັນມາເປີດການຮຽນການສອນຜ່ານລະບົບອອນລາຍ, ຂະນະທີ່ໂຮງຮຽນຍັງຕ້ອງປິດການຮຽນເພື່ອຢັບຢັ້ງໂຣກລະບາດ.
ວັນທີ 10 ກຸມພາ ເປັນມື້ເປີດພາກຮຽນຂອງຈີນ ມີນັກຮຽນຫລາຍກວ່າ 50 ລ້ານຄົນທົ່ວປະເທດເຂົ້າຮ່ວມການຮຽນ-ການສອນ ໃນແພລດຟອມ “ຕິງທອກ” ຂອງອາລີບາບາ ເຊັ່ນດຽວກັນ “ຄລາສອິນ” ແພລດຟອມຊັ້ນຮຽນອອນລາຍຂອງບໍລິສັດອີອີໂອ ທີ່ມີຜູ້ໃຊ້ປະມານ 2 ແສນຄົນ/ວັນ ກ່ອນທີ່ຍອດຜູ້ໃຊ້ຈະເພີ່ມເປັນ 2 ລ້ານຄົນ/ວັນ ຫລັງການແຜ່ລະບາດ. ຂໍ້ມູນຂອງໄອຣີເສີດຄອນຊັລຕິ້ງ ກຣຸບ ລະບຸວ່າ: ປີ 2018 ຕະຫລາດການສຶກສາອອນລາຍຂອງຈີນຂະຫຍາຍຕົວເຖິງ 25,7% ຢູ່ທີ່ 35.900 ລ້ານໂດລາສະຫະລັດ ແລະ ຄາດວ່າຕະຫລາດການສຶກສາອອນລາຍຈີນຈະເຕີບໃຫຍ່ສະເລ່ຍ 16-24% ໃນໄລຍະ 3-5 ປີຕໍ່ໜ້າ.
ທຸລະກິດປະເພດທີ 2 ຄື “ທຸລະກິດສົ່ງສິນຄ້າອຸປະໂພກ-ບໍລິໂພກ” ລວມທັງອາຫານສົດ ແລະ ວັດຖຸດິບປຸງແຕ່ງອາຫານ ບໍ່ວ່າຈະເປັນຊີ້ນສັດ ແລະ ພືດຜັກໝາກໄມ້ ແຕ່ກ່ອນຄົນນິຍົມໄປເລືອກຊື້ດ້ວຍຕົນເອງຫລາຍກວ່າ, ແຕ່ເມື່ອເກີດໂຣກລະບາດເຮັດໃຫ້ຄົນກັກຕົວຢູ່ແຕ່ໃນເຮືອນ ແລະ ເລືອກຈະປຸງແຕ່ງອາຫານຮັບປະທານເອງ ເພື່ອຄວາມໝັ້ນໃຈໃນຄວາມປອດໄພຂອງອາຫານ ໂດຍ “ເໝີຍຖວນ ຕຽນຜິງ” ແພລດຟອມສົ່ງສິນຄ້າຂອງຈີນ ມີຍອດຜູ້ສັ່ງຊື້ວັດຖຸດິບອາຫານເພີ່ມຂຶ້ນເຖິງ 3 ເທົ່າ ໃນໄລຍະວັນທີ 19 ມັງກອນ – 19 ກຸມພາ.
“ລະບົບເຮັດວຽກອອນລາຍ” ເປັນທຸລະກິດປະເພດທີ 3 ທີ່ໄດ້ຮັບຜົນປະໂຫຍດໂດຍກົງ ເນື່ອງຈາກທຸລະກິດຕ່າງໆບໍ່ສາມາດເປີດເຮັດວຽກໄດ້ ເຮັດໃຫ້ຄວາມຕ້ອງການແພລດຟອມເຮັດວຍກຈາກຢູ່ເຮືອນເພີ່ມສູງຂຶ້ນ. ຕົວຢ່າງ “ເທນເຊັນ” ທີ່ຫາກໍເປີດຕົວລະບົບປະຊຸມຜ່ານວີດີໂອຄອນເຟີເຣນ “ເທັນເຊັນ ມິດຕິ້ງ” ໃນທ້າຍປີ 2019 ພົບວ່າໃນໄລຍະວັນທີ 29 ມັງກອນ – 6 ກຸມພາ ມີຜູ້ໃຊ້ເພີ່ມຂຶ້ນຫລາຍກວ່າ 1 ແສນບັນຊີ.
ເຊັ່ນດຽວກັບຍອດດາວໂຫລດ “ແອບພລິເຄຊັນເຮັດວຽກທາງໄກ” ທີ່ເພີ່ມຂຶ້ນຫລາຍເທົ່າໃນໄລຍະເດືອນກຸມພາຜ່ານມາ ບໍ່ວ່າຈະເປັນ “ຕິງທອກ” ທີ່ເປີດບໍລິການປະຊຸມທາງວີດີໂອແບບສະຕຣີມມິງຮອງຮັບຜູ້ເຂົ້າຮ່ວມປະຊຸມໄດ້ສູງເຖິງ 300 ຄົນ ມີຍອດດາວໂຫລດເພີ່ມຂຶ້ນເຖິງ 356% ລວມທັງ “ວີແຊັດ ເວີກ” ເພີ່ມຂຶ້ນ 171% ແລະ “ລາກ” ເພີ່ມຂຶ້ນເຖິງ 650%.
ທຸລະກິດປະເພດທີ 4 ທີ່ມີໂອກາດຈະພັດທະນາຢ່າງກ້າວກະໂດດ ຄື “ທຸລະກິດກ່ຽວກັບນະວັດຕະກຳ 5 ຈີ ” ເນື່ອງຈາກເກີດແອບພລິເຄຊັນໃໝ່ໆທີ່ຕ້ອງການເຊື່ອມຕໍ່ກັບອິນເຕີເນັດຄວາມໄວສູງຂຶ້ນ ບໍ່ວ່າຈະເປັນວີດີໂອສະຕຣີມມິງ ຫລື ກອງປະຊຸມທາງໄກ.
ແລະ ທຸລະກິດທີ່ມີໂອກາດປະເພດສຸດທ້າຍ ຄື ແພລດຟອມ “ຊຸບເປີແອັບ” ໂດຍນັກວິເຄາະເບິ່ງວ່າ: ເມື່ອໂຄວິດ-19 ຫລຸດຜ່ອນລົງ ທຸລະກິດອອນລາຍອາດຈະຜະເຊີນຄວາມທ້າທາຍໃນການຮັກສາຖານລູກຄ້າ ເຊິ່ງຜູ້ໃຫ້ບໍລິການແອບພລິເຄຊັນທີ່ຄວບຄຸມບໍລິການຫລາກຫລາຍ ຄື “ຊຸບເປີແອບ” ຄືທາງອອກ.
ປັດຈຸບັນມີບາງແອບພລິເຄຊັນທີ່ພັດທະນາສູ່ການເປັນຊຸບເປີແອບ ຄື “ວີແຊັດ” ທີ່ມີບໍລິການຫລາກຫລາຍ ທັງແຊັດ, ເກມ, ຊື້ເຄື່ອງອອນລາຍ, ຊຳລະເງິນອອນລາຍ ໄປຈົນເຖິງການລົງທຶນ ພາຍໃນແພລດຟອມດຽວ ຫລື ແອບພລິເຄຊັນຂ່າວສານ “ຈິນຫຣິ ໂຖຖຽວ” ຂອງ ໄບແດນ ເລີ່ມໃຫ້ບໍລິການສົ່ງສິນຄ້າອອນລາຍ ທັງສິນຄ້າອຸປະໂພກ-ບໍລິໂພກ, ອາຫານ ແລະ ຢາປິ່ນປົວ.
ສິ່ງເຫລົ່ານີ້ຈະເຮັດໃຫ້ກິດຈະກຳແບບອອບລາຍທັງໝົດ ເຊື່ອມໂຍງກັບອອນລາຍ ແລະ ກາຍເປັນໂອກາດທາງທຸລະກິດທີ່ຕໍ່ເນື່ອງໄປໃນອະນາຄົດ ເຖິງວ່າສະຖານະການໂຣກລະບາດຈະສິ້ນສຸດລົງ.