ທະນາຄານໂລກ ເພີ່ມເງິນຊ່ວຍເຫລືອ 1.400 ລ້ານໂດລາ ຮັບມື COVID-19
ທະນາຄານໂລກ ປະກາດເພີ່ມເງິນຊ່ວຍເຫລືອບໍລິສັດ ແລະ ປະເທດປະສົບໄພໂຄໂຣນາ ວົງເງິນ 1.400 ໝື່ນລ້ານໂດລາ ຮັບມື ໂຄວິດ-19
ທະນາຄານໂລກ ປະກາດເພີ່ມເງິນຊ່ວຍເຫລືອຮີບດ່ວນເປັນວົງເງິນ 1.400 ລ້ານໂດລາ ໃຫ້ບໍລິສັດ ແລະ ປະເທດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຢ່າງວ່ອງໄວຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ທະນາຄານໂລກລະບຸໃນຖະແຫລງການວ່າ: ມາດຕະການດັ່ງກ່າວຈະສ້າງຄວາມແຂງແກ່ນໃຫ້ແກ່ລະບົບການກຽມພ້ອມດ້ານສາທາລະນະສຸກລະດັບປະເທດ ເຊິ່ງລວມທັງການຄວບຄຸມໂຣກ, ການບົ່ງມະຕິ ແລະ ການປິ່ນປົວ ລວມທັງການສະໜັບສະໜູນພາກເອກະຊົນ.
ທ່ານ ເດວິດ ມັລພາສ ປະທານທະນາຄານໂລກ ລະບຸວ່າ: ມາດຕະການນີ້ຈະໃຫ້ການຊ່ວຍເຫລືອຮີບດ່ວນຕໍ່ທຸລະກິດຕ່າງໆ ແລະ ພະນັກງານ ເພື່ອຫລຸດຜົນກະທົບທາງການເງິນ ແລະ ເສດຖະກິດຈາກການແຜ່ລະບາດຂອງໄວຣັສໂຄວິດ-19.
ສ່ວນບໍລິສັດການເງິນສາກົນ (IFC) ເຊິ່ງເປັນໜ່ວຍງານຂອງທະນາຄານກາງທີ່ປ່ອຍເງິນກູ້ໃຫ້ພາກເອກະຊົນ ຍັງໄດ້ເພີ່ມເງິນທຶນຊ່ວຍເຫລືອອີກ 2.000 ລ້ານໂດລາ ສົ່ງຜົນໃຫ້ຈຳນວນລວມເງິນທຶນຊ່ວຍເຫລືອຂອງ IMF ທີ່ກ່ຽວຂ້ອງກັບໂຄວິດ-19 ລວມເປັນ 8.000 ລ້ານໂດລາ.
ສຳນັກຂ່າວຊິນຮົວລາຍງານວ່າ: ທະນາຄານໂລກໄດ້ເພີ່ມວົງເງິນສະໜັບສະໜູນດັ່ງກ່າວໃນຂະນະທີ່ໄວຣັສໂຄວິດ-19 ຍັງແຜ່ລະບາດທົ່ວໂລກ ໂດຍມະຫາວິທະຍາໄລຈອນ ຮອບກິ້ນ ລາຍງານວ່າ: ມີຜູ້ຕິດເຊື້ອທົ່ວໂລກຫລາຍກວ່າ 196.000 ຄົນ ແລະ ມີຜູ້ເສຍຊີວິດຫລາຍກວ່າ 7.800 ຄົນແລ້ວ.