ສາທາລະນາສຸກເຕືອນ: ລະວັງມີກຸ່ມຄົນບໍ່ດີລັກລອບນຳເຂົ້າເຄື່ອງກວດຫາເຊື້ອ ໂຄວິດ-19 ເຖື່ອນມາຈຳຫນ່າຍໃນລາວ
ໃນວັນທີ 17 ມີນາຜ່ານມາ ນີ້, ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງຕໍ່ສື່ມວນຊົນວ່າ: ປັດຈຸບັນນີ້ ມີກຸ່ມຄົນບໍ່ດີພະຍາຍາມນຳເອົາເຄື່ອງກວດຫາເຊື້ອ ໂຄວິດ-19 ແບບໄວ (Rapid Test) ທີ່ຫລາຍຄົນກໍາລັງໃຫ້ຄວາມສົນໃຈໃນໂລກອອນລາຍນັ້ນເຂົ້າມາຈຳຫນ່າຍໃນປະເທດເຮົາ, ແຕ່ຄວາມຈິງແລ້ວ ເຄື່ອງດັ່ງກ່າວ ຍັງບໍ່ທັນໄດ້ຂຶ້ນທະບຽນ ແລະ ຢືນຢັນຄຸນະພາບຈາກຂະແຫນງການກ່ຽວຂ້ອງຂອງລາວເທື່ອ, ຖ້າຫາກໃຜພົບເຫັນໂທແຈ້ງສາຍດ່ວນ 166 ທັນທີ ແລະເຄື່ອງດັ່ງກ່າວແມ່ນຍັງບໍ່ທັນໄດ້ຮັບຮອງຈາກອົງການອະນາໄມໂລກ. ດັ່ງນັ້ນ ຖ້າບຸກຄົນ, ນິຕິບຸກຄົນໃດນຳເຂົ້າ ຫລື ມີໄວຄອບຄອງ ແມ່ນຜິດກົດໝາຍ, ປັດຈຸບັນຢູ່ລາວເຮົາ ມີພຽງ 4 ສູນເທົ່ານັ້ນທີໄດ້ຮັບຮອງ ແລະ ຢັ້ງຢືນເປັນທາງການ ຄື: ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ, ຫ້ອງວິເຄາະສະຖາບັນປັດສະເຕີລາວ, ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດ ແລະ ສູນວິໄຈພະຍາດຊືມເຊື້ອເມລີເອີເທົ່ານັ້ນ.
ດັ່ງນັ້ນ ກະຊວງສາທາລະນະສຸກ ຈຶ່ງໄດ້ອອກຄໍາສັ່ງ ເລກທີ 0246/ສທ ລົງວັນທີ 3 ມີນານີ້ ຫ້າມບຸກຄົນ ຫລື ນິຕິບຸກຄົນນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ເຄື່ອງວິເຄາະດັ່ງກ່າວຢູ່ ສປປ ລາວ ຢ່າງເດັດຂາດ. ໃນກໍລະນີພົບເຫັນຈະຖືກດຳເນີນຄະດີຕາມລະບຽບກົດຫມາຍຢ່າງເຂັ້ມງວດ.