ໄຕ້ຫວັນ ປະກາດປິດປະເທດຫ້າມຄົນຕ່າງປະເທດເຂົ້າ ສ່ວນຄົນໄຕ້ຫວັນກັບເຂົ້າປະເທດຕ້ອງກັກຕົວ 14 ມື້
March 18, 2020 - 4:16 PM
ສື່ທາງການຂອງໄຕ້ຫວັນ ລາຍງານວ່າ: ໃນວັນທີ 18 ມີນານີ້, ທ່ານ ເສິນສືຈົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຜູ້ອຳນວຍການສູນຄວບຄຸມໂຣກລະບາດແຫ່ງຊາດ ປະກາດຫ້າມຄົນຕ່າງປະເທດເດີນທາງເຂົ້າໄຕ້ຫວັນ ໂດຍນັບຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 19 ມີນາ ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ.
ເຊິ່ງມາດຕະການດັ່ງກ່າວຈະຍົກເວັ້ນເປັນກໍລະນີພິເສດສະເພາະພົນລະເມືອງໄຕ້ຫວັນ, ຄົນຕ່າງປະເທດທີ່ໄດ້ວີຊ່າໃນໄຕ້ຫວັນ (ARC), ນັກການທູດຕ່າງປະເທດ ແລະ ເຈົ້າໜ້າທີ່ລັດຖະບານ ຈະໄດ້ຮັບອະນຸຍາດເດີນທາງເຂົ້າປະເທດ, ແຕ່ຈະຕ້ອງແຈ້ງຂໍ້ມູນ ເພື່ອເຂົ້າກັກຕົວກັນໂຣກດ້ວຍຕົນເອງຕາມມາດຕະການຂອງລັດຖະບານ ຖ້າຫາກບໍ່ປະຕິບັດຈະລົງໂທດປັບໄໝສູງສຸດ 1 ລ້ານໂດລາໄຕ້ຫວັນ ຕາມກົດໝາຍການຄວບຄຸມໂຣກ ເພື່ອປ້ອງກັນການລະບາດຂອງເຊື້ອໄວຣັສໂຄວິດ-19.