ເພາະກາຍຊີງແຊ້ມອາຊຽນ ທີ່ລາວເຮົາເປັນເຈົ້າພາບເລື່ອນຢ່າງເປັນທາງການແລ້ວ ສາເຫດຈາກ ໂຄວິດ-19

ສະຫະພັນກິລາເພາະກາຍແຫ່ງຊາດລາວ ອອກແຈ້ງການໃນວັນທີ 17 ມີນາ 2020 ໂດຍເນື້ອໃນສໍາຄັນຂອງແຈ້ງການລະບຸວ່າ: ຈາກສະພາບການແຜ່ກະຈ່າຍຂອງໄວຣັສ ສາຍພັນໃໝ່ ໂຄວິດ-19 ທົ່ວໂລກມີການຂະຫຍາຍວົງກວ້າງ ເຊິ່ງປັດຈຸບັນປະເທດທີ່ກໍາລັງລະບາດມີເຖິງ 159 ປະເທດ ແລະ ມີຜູ້ຕິດເຊື້ອທັງໝົດ 182.000 ຄົນ, ເສຍຊີວິດ 7,171 ຄົນ ແລະ ປິ່ນປົວຫາຍ 79.881 ຄົນ ( ອັບເດດຈາກກະຊວງ 17/03/02020 ) ໂດຍສະເພາະປະເທດອ້ອມຂ້າງ ສປປ ລາວ ( ບັນດາປະເທດໃນອາຊຽນ ) ມາເຖິງປັດຈຸບັນນີ້ສະພາບການແຜ່ກະຈ່າຍ ແລະ ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງກວມເອົາ 8 ປະເທດ ແລະ ມີຜູ້ຕິເຊື້ອ 1.359 ຄົນ.

ດັ່ງນັ້ນ ອີງຕາມກໍານົດຈັດການແຂ່ງຂັນເພາະກາຍຊີງແຊ້ມອາຊຽນ ລະຫວ່າງວັນທີ 11-16 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ, ຈາກສະພາບການແຜ່ລະບາດຂອງພະຍາດຍັງຂະຫຍາຍໂຕໃນພູມມິພາກອາຊຽນ ຢູນັ້ນ ແລະ ເພື່ອປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດດັ່ງກ່າວ ສະຫະພັນກິລາເພາະກາຍແຫ່ງຊາດລາວ ຈິ່ງໄດ້ອອກແຈ້ງການເລື່ອນການແຂ່ງຂັນເພາະກາຍຊີງແຊ້ມໂລກ ໄປເປັນວັນທີ 24-29 ກັນຍາ 2020 ຫຼື ຈົນກວ່າສະພາບການຈະກັບມາເປັນປົກກະຕິ ເຊິ່ງຈະມີການແຈ້ງວັນເວລາການແຂ່ງຂັນຢ່າງຊັດເຈນອີກຄັ້ງໃນວັນທີ 20 ມິຖຸນາ 2020.
