ໄວຣັສໂຄວິດ -19 ລະບາດ ຈະເບິ່ງແຍງລູກຫລານຊ່ວງຢູ່ເຮືອນແນວໃດ?
ບໍ່ແມ່ນເລື່ອງເລັກນ້ອຍອີກຕໍ່ໄປເພາະນີ້ຄືບັນຫາໃຫຍ່ລະດັບນາໆຊາດ ສຳລັບການລະບາດຂອງ ໄວຣັສໂຄໂຣນາສາຍພັນໃໝ່ 2019 ຫລື ເຊື້ອໄວຣັສໂຄວິດ-19 (COVID-19) ທີ່ເກີດການລະບາດໜັກຂຶ້ນທຸກມື້ນີ້, ຕົວເລກຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນ ເລື້ອຍໆ ແລະ ກະຈາຍໄປໂດຍບໍ່ເລືອກເພດໄວໃດໆ ລວມທັງເດັກນ້ອຍ ທີ່ຢູ່ໃນຊ່ວງໄລຍະນີ້ ເຖິງວ່າຈະປິດໂຮງຮຽນຢູ່ເຮືອນແລ້ວ ແຕ່ກໍບໍ່ປອດໄພ 100% ມື້ນີ້ເຮົາມີເຕັກນິກເບິ່ງແຍງຕົນເອງ ແລະ ປ້ອງກັນເດັກຕິດເຊື້ອ ໃຫ້ຢູ່ເຮືອນຢ່າງປອດໄພ.

ສອນລູກເລື່ອງການເບິ່ງແຍງຕົວເອງແບບງ່າຍໆ “ກິນຮ້ອນ ບ່ວງກາງ ລ້າງມື”
ສອນໃຫ້ລູກກິນອາຫານປຸງແຕ່ງສຸກ ໃໝ່ ບໍ່ກິນອາຫານດິບ ຫລື ສຸກໆດິບໆ ໂດຍໃຊ້ບ່ວງກາງ ແລະ ຝຶກໃຫ້ລູກລ້າງມືຕະຫລອດ ໃຫ້ເປັນນິໄສ ລ້າງດ້ວຍນ້ຳສະບູ ເປັນເວລາຢ່າງໜ້ອຍ 20 ວິນາທີ ໂດຍສະເພາະກ່ອນສຳຜັດໃບໜ້າ, ຕາ, ດັງ, ປາກ ກ່ອນກິນອາຫານ ແລະ ຫລັງຈາກເຂົ້າຫ້ອງນ້ຳ
ສອນລູກໃຫ້ເບິ່ງແຍງຕົນເອງຢ່າງຖືກວິທີ
ປິດປາກ ແລະ ດັງ ຂະນະໄອ ຫລື ຈາມ ແລະ ສອນລູກໃຫ້ໄອ ຫລື ຈາມຢ່າງຖືກວິທີ ດ້ວຍການໄອ ຫລື ຈາມໃສ່ຂໍພັບແຂນດ້ານໃນ ຫລື ຢູ່ເຈ້ຍອະນາໄມ ແລ້ວລ້າງມືໃຫ້ສະອາດ.
ຊວນລູກອະນາໄມເຮືອນ
ໃຊ້ເວລາຢູ່ເຮືອນໃຫ້ເກີດປະໂຫຍດ ເພື່ອປ້ອງກັນໂຄວິດ-19 ໃຫ້ໄກຕົວ ຫລາຍທີ່ສຸດ ໂດຍການຊວນລູກເຮັດຄວາມສະອາດເຮືອນ ຈັດເຮືອນໃຫ້ມີສິ່ງແວດລ້ອມທີ່ດີມີອາກາດຖ່າຍເທສະດວກ ສະອາດຫ່າງໄກເຊື້ອໂຣກ.

ຫາກິດຈະກຳໃຫ້ລູກເຮັດໃນຊ່ວງຢູ່ເຮືອນຢ່າງມີຄວາມສຸກ
ຫລີກເວັ້ນການໃຫ້ລູກເບິ່ງ ໂທລະພາບ, ທີ່ມີຂ່າວສານຕ່າງໆ ກ່ຽວກັບໂຄວິດ-19 ເພາະອາດເຮັດໃຫ້ລູກ ເກີດຄວາມຢ້ານຈົນເກີນໄປ ແນະນຳໃຫ້ພໍ່ແມ່ຫາກິດຈະກຳເຮັດກັບລູກຫລາຍໆ ເຊັ່ນ: ຊວນລູກປຸງແຕ່ງອາຫານກິນເອງ ຫລື ສອນໜັງສື, ສອນແຕ້ມຮູບ ເພີ່ມຄວາມຜ່ອນຄາຍໄດ້.

ຫລີກເວັ້ນການພາລູກອອກໄປສະຖານທີ່ຄົນຫລາຍໂດຍບໍ່ຈຳເປັນ
ວິທີນີ້ຈະຍາກ ແຕ່ກໍຄວນເຮັດ ເພາະເປັນການຫລຸດຄວາມສ່ຽງຈາກໂຣກໂຄວິດ-19 ແບບງ່າຍໆ ດ້ວຍການຫລີກເວັ້ນໄປສະຖານທີ່ຄົນຫລາຍ ຫລື ຖ້າຈຳເປັນຕ້ອງພາລູກໄປແທ້ໆ ກໍຄວນປ້ອງກັນໂດຍການໃສ່ຜ້າອັດປາກ ຫລີກເວັ້ນໄລຍະຫ່າງລະຫວ່າງຜູ້ອື່ນ ທັງໜ້າ ແລະ ຫລັງ ເລືອກບ່ອນນັ່ງໃຫ້ຫ່າງຈາກຜູ້ອື່ນ ບໍ່ຄວນຢູ່ໃກ້ຊິດ ໂດຍຢ່າງໜ້ອຍຄວນຫ່າງ 2 ແມັດຂຶ້ນໄປ ຖ້າຢາກພາລູກອອກໄປທ່ຽວຜ່ອນຄາຍທາງນອກ ຄວນເລືອກສະຖານທີ່ອາກາດດີໆ ເຊັ່ນສວນສາທາລະນະຕ່າງໆຫລາຍກວ່າໄປທ່ຽວບ່ອນທີ່ບໍ່ມີອາກາດຖ່າຍເທ.