ຈີນ ຍົກຍ້ອງຢາຂອງຍີ່ປຸ່ນ
ລູກເມືອງພວນ
ວັນທີ 17 ມີນານີ້, ວົງການການແພດຈີນ ອອກມາຢືນຢັນວ່າ ຢາ Favipiravir ຂອງຍີ່ປຸ່ນທີ່ເຄີຍນຳໃຊ້ປິ່ນປົວກັບພະຍາດໄຂ້ຫວັດໃນຍີ່ປຸ່ນນັ້ນ ປາກົດວ່າມີຜົນຕໍ່ກັບຜູ້ຕິດເຊື້ອພະຍາດ SARS-CoV-2. ທ່ານ Zhang Xinmin, ເຈົ້າໜ້າທີ່ກະຊວງວິທະຍາສາດເທັກໂນໂລຢີ ຂອງຈີນ ໃຫ້ຮູ້ວ່າ: ຢາ Favipiravir ທີ່ບໍລິສັດ Fujifilm Toyama Chemical (ຍີ່ປຸ່ນ)ພັດທະນາຂຶ້ນມານັ້ນ ເຕັມໄປດ້ວຍຄວາມຫວັງ. ໂດຍຜ່ານການທົດລອງປິ່ນປົວໃຫ້ກັບ 340 ຄົນທີ່ຕິດເຊື້ອໄວຣັດ ໂຄວິດ-19 ຢູ່ໃນ ອູຮັ່ນ ແລະ ເຊີນເຈີ້ນ ເຫັນວ່າໄດ້ຜົນ.
ບັນດາແພດໝໍຍີ່ປຸ່ນກຳລັງນຳໃຊ້ຢາ Favipiravir ຊະນິດນີ້ປິ່ນປົວໃຫ່້ກັບຜູ້ຕິດເຊື້ອໄວຣັດ ໂຄວິດ-19 ໃນລະດັບເບົາ ເຖິງປານກາງຢູ່. ເຖິງຢ່າງໃດກໍດີ, ກະຊວງສາທາລະນະສຸກຂອງຍີ່ປຸ່ນອອກມາຊີ້ແຈງວ່າ: ຢາຊະນິດນີ້ ບໍ່ມີຜົນເທົ່າທີ່ຄວນສຳລັບຜູ້ຕິດເຊື້ອໜັກ(ເປັນໜັກ). Favipiravir ຍັງຈະໄດ້ສືບຕໍ່ປັບປຸງຈາກລັດຖະບານຍີ່ປຸ່ນຕື່ມອີກ ເພື່ອນຳໃຊ້ປິ່ນປົວໃຫ້ກັບຜູ້ຕິດເຊື້ອ ໂຄວິດ-19 ເພາະຢາຊະນິດນີ້ເບື້ອງຕົ້ນແມ່ນຜະລິດມາເພື່ອປິ່ນປົວໃຫ້ກັບພະຍາດໄຂ້ຫວັດ. ເຈົ້າໜ້າທີ່ແພດຄົນໜຶ່ງໄດ້ອອກມາໃຫ້ສຳພາດຕໍ່ໜັງສືພິມ Mainichi ວ່າ: ຢາຊະນິດນີ້ ອາດຈະໄດ້ປະກາດນຳໃຊ້ຢ່າງເປັນທາງການໄວສຸດແມ່ນເດືອນພຶດສະພາທີ່ຈະມາເຖິງ./.