ຫົວສີດນ້ຳຄືຄວາມຫວັງຂອງໂລກຕາເວັນຕົກ ບໍ່ຕ້ອງກັກຕຸນເຈ້ຍອະນາໄມອີກ
ສະພາບຂາດເຂີນເຈ້ຍອະນາໄມເຮັດໃຫ້ຄົນອາເມລິກາທີ່ບໍ່ນິຍົມໃຊ້ສາຍສີດນ້ຳປ່ຽນໃຈຫັນມາໃຊ້ກັນຄຶກຄັກ.
ການລະບາດຂອງເຊື້ອໂຄໂຣນາໄວຣັສເຮັດໃຫ້ຄົນບາງປະເທດເຊັ່ນ: ອົດສະຕຣາລີ, ອາເມລິກາ ກັກຕຸນເຈ້ຍອະນາໄມຈົນບໍ່ເຫລືອສິນຄ້າໃນຫ້າງ, ຄົນອາເມລິກາເລີ່ມປັບຕົວຫັນມາໃຊ້ສາຍສີດນ້ຳແທນ.
ເຈສັນ ໂອຊາລໂວ ຜູ້ບໍລິຫານບໍລິສັດ Tushy ທີ່ຈຳໜ່າຍອຸປະກອນຫ້ອງນ້ຳ ເປີດເຜີຍຕໍ່ນັກຂ່າວ New York Post ວ່າ: ໃນໄລຍະຕົ້ນເດືອນ ຍອດຂາຍສາຍສີດນ້ຳເພີ່ມຂຶ້ນ 2 ເທົ່າ ແລ້ວເພີ່ມເປັນ 3 ເທົ່າ ຈົນເຖິງຕອນນີ້ເພີ່ມຂຶ້ນເຖິງ 10 ເທົ່າແລ້ວ.
ເຊັ່ນດຽວກັບຝາຮອງນັ່ງຊັກໂຄກແບບສີດນ້ຳ (ແບບທີ່ຄົນຍີ່ປຸ່ນນິຍົມໃຊ້) ຂອງຍີ່ຫໍ້ Brondell ທີ່ມີຄວາມຕ້ອງການເພີ່ມຂຶ້ນ 300% ໃນໄລຍະບໍ່ເທົ່າໃດອາທິດຜ່ານມາ ຫລັງຈາກມີຂ່າວວ່າຄົນອົດສະຕຣາລີພາກັນກັກຕຸນເຈ້ຍອະນາໄມຈົນເຖິງຂັ້ນລົງໄມ້ລົງມືຍາດຊີງກັນ.
ສຳນັກຂ່າວ TMZ ລາຍງານວ່າ: ຝາຮອງນັ່ງຊັກໂຄກອັດສະລິຍະແບບສີດນ້ຳ ສ້າງຍອດຂາຍໄດ້ 250.000 ໂດລາສະຫະລັດ ພາຍໃນ 24 ຊົ່ວໂມງ ຫລັງວາງຈຳໜ່າຍໃນເວັບໄຊ Amazon. ນອກຈາກນີ້ ຄຳວ່າສາຍສີດນ້ຳຍັງຕິດ 10 ອັນດັບຄຳທີ່ມີການຄົ້ນຫາຫລາຍທີ່ສຸດໃນ Amazon ນຳອີກ.
ເຖິງວ່າສາຍສີດນ້ຳຈະເປັນທີ່ນິຍົມໃນປະເທດເຂດອາຊີ ແລະ ເອີຣົບ ຫລາຍປະເທດໃນເອີຣົບຈຶ່ງໄດ້ອອກກົດໝາຍໃຫ້ມີການຕິດຕັ້ງສາຍສີດນ້ຳໃນຫ້ອງນ້ຳທຸກຫ້ອງທີ່ມີຊັກໂຄກ, ແຕ່ພັດບໍ່ເປັນທີ່ນິຍົມສຳລັບຄົນອາເມລິກາທີ່ມັກໃຊ້ເຈ້ຍອະນາໄມຫລາຍກວ່າ.
ສ່ວນເຫດຜົນທີ່ຄົນອາເມລິກາບໍ່ມີສາຍສີດນ້ຳໃນຫ້ອງນ້ຳນັ້ນ ມີຜູ້ເຂົ້າມາຕອບໄວ້ໃນເວັບໄຊ Quora ເຊັ່ນ: ເອັດວິນ ຟຣີເດລ ບອກວ່າ: ເພາະສາຍສີດນ້ຳຢູ່ອາເມລິກາຫາຍາກ ແລະ ຄົນອາເມລິກາບໍ່ຮູ້ວ່າຕ້ອງໃຊ້ແນວໃດ.