ຮຽນຮູ້ກົດຈະລາຈອນ ຕອນ: ຈອດລົດບ່ອນຫ້າມຈອດ ຈະຖືກປັບໃໝ
March 19, 2020 - 12:06 PM
ອີງຕາມດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍວ່າດ້ວຍການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫລວງ ມາດຕາທີ 14 ວ່າດ້ວຍ ການຈອດລົດ ຢູ່ບ່ອນຫ້າມຈອດ ລະບຸໄວ້ວ່າ:
ຜູ້ໃດຈອດລົດຢູ່ບ່ອນຫ້າມຈອດ, ຈອດບ່ອນມີປ້າຍ ຫລື ມີເຄື່ອງໝາຍຫ້າມ, ຈອດທາງຄ້ອຍ, ທາງໂຄ້ງ, ຫົວຂົວ, ຂວາງທາງ, ຕັນທາງ, ຈອດຊ້ອນ, ຈອດເບື້ອງຊ້າຍ ຫລື ທາງຄົບ, ທາງແຍກ ໃນຂອບເຂດ 15 ແມັດ ຈະຖືກປັບໃໝ ຄື:
ລົດຖີບ, ລົດສາມລໍ້ 30.000 ກີບ/ຄັ້ງ
ລົດເກັ໋ງ, ກະບະ, ຈິບ, ຕູ້ 70.000 ກີບ/ຄັ້ງ
ລົດໂດຍສານ 4 ລໍ້ 100.000 ກີບ/ຄັ້ງ
ລົດບັນທຸກ 6 ລໍ້ 150.000 ກີບ/ຄັ້ງ
ລົດບັນທຸກ 10 ລໍ້ຂຶ້ນໄປ 200.000 ກີບ/ຄັ້ງ
