ສັງຄົມເປັນຫວ່ງບັນຫາມົນລະພິດໃນຕົວເມືອງ


ປັດຈຸບັນສັງຄົມເລີ່ມມີຄວາມເປັນຫວ່ງຕໍ່ສະພາບແວດລ້ອມໃນຕົວເມືອງ, ໂດຍສະເພາະແມ່ນບັນຫາມົນລະພິດມີລັກສະນະເພີ່ມຂຶ້ນນັບມື້, ສະພາບເສັ້ນທາງເປີ້ະເປື້ອນ, ການຖີ້ມຂີ້ເຫຍື້ອຊະຊາຍຕາມຕະຄອງຮ່ອງນໍ້າຕ່າງໆ, ມົນລະພິດຈາກໂຮງຈັກໂຮງງານ, ຈາກທໍ່ໄອເສຍລົດ ແລະ ອື່ນໆ, ເຊິ່ງສະພາບເຫລົ່ານີ້ແມ່ນເກີດຈາກຫລາຍສາເຫດ ເຊັ່ນ: ການຄວບຄຸມລົດແກ່ດິນແກ່ຊາຍເຂົ້າຕົວເມືອງຍັງບໍ່ເຂັ້ມງວດ, ພາຫະນະຈໍານວນຫລາຍບໍ່ຮັບປະກັນດ້ານເຕັກນິກ, ໂຮງຈັກໂຮງງານຈໍານວນໜຶ່ງຍັງບໍ່ຮັບປະກັນມາດຕະຖານດ້ານສິ່ງແວດລ້ອມ, ມີການປ່ອຍຄວັນດໍາ, ນໍ້າເປື້ອນ, ສົ່ງກິ່ນເໝັນ, ສານເຄມີ ແລະ ອື່ນໆອອກສູ່ຕົວເມືອງ ແລະ ສິ່ງຮ້າຍແຮງທີ່ສຸດແມ່ນຄວາມເປັນເຈົ້າການຮັກສາຄວາມສະອາດຂອງຕົວເມືອງຍັງເຮັດໄດ້ໜ້ອຍ, ມີະກົດການລັກຖີ້ມຂີ້ເຫຍື້ອຊະຊາຍເປື້ຶອນເປີະ ແລະ ບັນຫາມົນລະພິດເກີດຂຶ້ນ.
ປະຊາຊົນຈໍານວນໜຶ່ງໃຫ້ທັດສະນະວ່າ: ຢາກໃຫ້ພາກລັດເລັ່ງແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງ, ປັບປຸງເສັ້ນທາງຕ່າງໆໃຫ້ມີຄວາມສະອາດ- ປອດໄພ ແລະ ໃຫ້ເພີ່ມທະວີຄວາມເຂັ້ມງວດຕໍ່ບຸກຄົນ, ຜູ້ປະກອບການ, ບັນດາໂຮງຈັກໂຮງງານທີ່ລະເມີດກົດໝາຍ, ຖ້າເຮັດໄດ້ແບບນີ້ເຮົາຈຶ່ງຈະສາມາດຄວບຄຸມສິ່ງແວດລ້ອມໃນຕົວເມືອງດີຂຶ້ນ.