ການປິດເມືອງຈະເອົາຊະນະໂຣກລະບາດໄດ້ ບົດຮຽນຈາກວິກິດໄຂ້ຫວັດແອັສປາຍ
ການລະບາດທີ່ຂ້າມະນຸດເຖິງງ 50-100 ລ້ານຄົນ ເອົາຊີວິດຊາວເມືອງເຊນຫລຸຍບໍ່ຮອດ 700 ຄົນ ເພາະການປິດເມືອງທີ່ທ່ວງທັນ.
ໃນປີ 1918 ໄຂ້ຫວັດໃຫຍ່ແອັສປາຍລຸກລາມໄປທົ່ວໂລກ ແລະ ກຳລັງຫລິ້ນງານຫລາຍພື້ນທີ່ຂອງອາເມລິກາ ເມືອງທຳອິດທີ່ບໍ່ໄດ້ເນັ້ນໜັກເຖິງໄພນີ້ ຄືຟິລາເດລເຟຍທີ່ຍັງຈັດເດີນຂະບວນໂຄສະນາພັນທະບັດສົງຄາມ ເພື່ອຫາທຶນສະໜັບສະໜູນການຮົບ ເນື່ອງຈາກໃນເວລານັ້ນຍັງເປັນຊ່ວງສົງຄາມໂລກຄັ້ງທີ 1.

ຜູ້ຊ່ຽວຊານດ້ານສາທາລະນະສຸກຢູ່ເມືອງຟິລາເດລເຟຍຮູ້ດີວ່າ ຖ້າປ່ອຍໃຫ້ແຫ່ຂະບວນຕໍ່ໄປຈະຕ້ອງກາຍເປັນຫາຍະນະແນ່ນອນ ໜຶ່ງໃນນັ້ນຄື ດຣ. ໂຮເວິດ ແອນເດີສ ທີ່ພະຍາຍາມຂໍໃຫ້ນັກຂ່າວຂຽນເຕືອນໄພອັນຕະລາຍຈາກການປ່ອຍໃຫ້ຈັດຂະບວນພາເລດ ແລະ ຍັງແຈ້ງໃຫ້ເຈົ້າໜ້າທີ່ລັດຖະບານໂຈະງານນີ້ ເພື່ອປົກປ້ອງຊາວເມືອງ.
ຄວາມພະຍາຍາມຂອງ ດຣ. ໂຮເວິສ ແອນເດິສ ໄຮ້ຜົນ ບໍ່ມີໜັງສືພິມສະບັບໃດລົງຂ່າວໃຫ້ທ່ານ, ສ່ວນ ດຣ. ວິລເມີ ຄຣູເຊນ ຜູ້ອຳນວຍການກົມສາທາລະນະສຸກ ແລະ ການກຸສົນຂອງຟິລາເດລເຟຍ ບໍ່ຍອມຮັບວ່າໄຂ້ຫວັດແອັສປາຍເປັນໄພຄຸກຄາມຕໍ່ເມືອງ ແລະ ບໍ່ຍອມກຽມອຸປະກອນການຢາໄວ້.
ເພາະວຽກນີ້ເປັນໜ້າເປັນຕາຂອງປະເທດ, ໝໍຄົນນ້ອຍໆບໍ່ມີອຳນາດຈະຫ້າມຜູ້ຫລັກຜູ້ໃຫຍ່ໃນບ້ານເມືອງໄດ້. ດັ່ງນັ້ນ ວຽກນີ້ຈຶ່ງເດີນໜ້າຕໍ່ໄປໂດຍມີຜູ້ມາຮ່ວມເຖິງ 200.000 ຄົນ.
ໃນເວລາ 24 ຊົ່ວໂມງມີຜູ້ສະແດງອາການ 118 ຄົນ ອີກ 2 ວັນຕໍ່ມາ ດຣ. ວິລເມີ ຄຣູເຊນ ຈຶ່ງຕາສະຫວ່າງ ໃນທີ່ສຸດແລ້ວປະກາດວ່າໄຂ້ຫວັດແອັສປາຍບຸກເມືອງແລ້ວ ແຕ່ບໍ່ທັນແລ້ວ ເພາະອີກ 1 ວັນຫລັງຈາກນັ້ນ ຕຽງໃນໂຮງໝໍທັງ 31 ແຫ່ງຂອງເມືອງເຕັມຈົນໝົດ.

ປາກົດວ່າຟິລາເດລເຟຍມີຜູ້ຕິດເຊື້ອເຖິງເຄິ່ງລ້ານຄົນ ເສຍຊີວິດເຖິງ 16.000 ຄົນໃນເວລາພຽງ 6 ເດືອນ ຝັງສົບກັນບໍ່ທັນຈົນຕ້ອງໃຊ້ການຝັງແບບລວມ ໂດຍບໍ່ມີໂລງສົບພໍທີ່ຈະໃສ່ສົບ ແລະ ເຮັດໃຫ້ການແຫ່ຂະບວນຄັ້ງນີ້ມີຄົນຕາຍຫລາຍທີ່ສຸດໃນປະຫວັດສາດຂອງອາເມລິກາ.
ເຖິງຈະຢຸດແຫ່ຂະບວນແຕ່ຍັງບໍ່ພໍ ເພາະຕ້ອງປິດເມືອງນຳອີກ ໃນເວລານັ້ນຟິລາເດລເຟຍເປັນເມືອງໃຫຍ່ຂອງອາເມລິກາຈຶ່ງມີປະຊາກອນໜາແໜ້ນ, ການສັນຈອນແອອັດ ບວກກັບລັດຖະບານທີ່ເມີນເສີຍ ເຮັດໃຫ້ໂຣກລະບາດແຜ່ລາມໄດ້ງ່າຍ.
ນອກຈາກນີ້ ເພາະຄວາມເປັນຊ່ວງສົງຄາມໂລກຄັ້ງທີ 1 ອາເມລິກາຫາກໍສົ່ງທະຫານເຂົ້າຮ່ວມຮົບຢູ່ເອີຣົບທີ່ກຳລັງວຸ້ນວາຍກັບສົງຄາມ ແລະ ຍັງເກີດການລະບາດຂອງໄຂ້ຫວັດໃຫຍ່ ຜົນກໍຄືແທນທີ່ທະຫານອາເມລິກາຈະເສຍຊີວິດໃນການຮົບ ພັດຕ້ອງມາຕາຍເພາະໄຂ້ຫວັດແອັສປາຍເຖິງ 53.000 ຄົນ ຫລື ຕາຍຫລາຍກວ່າການຮົບໃນສະໝໍລະພູມນຳອີກ.
ຢູ່ເມືອງບອສຕັນ ເພາະບໍ່ປິດເມືອງແຕ່ຫົວທີ ເຮັດໃຫ້ມີຜູ້ຕິດເຊື້ອເສຍຊີວິດໄປ 3.700 ຄົນໃນເວລາ 6 ເດືອນ ສະຖານະການຍິ່ງຮຸນແຮງອີກ ເມື່ອໂອເປີເຣເຕີໂທລະສັບຕິດເຊື້ອໄປ 800 ຄົນ ເຮັດໃຫ້ມີຄົນຮັບໂທລະສັບຈຳນວນຈຳກັດ ສົ່ງຜົນຕໍ່ສາຍດ່ວນທີ່ໂທແຈ້ງອາການປ່ວຍ.
ນັກວິທະຍາສາດໃນຍຸກຂອງພວກເຮົາຄາດຄະເນວ່າ: ໄຂ້ຫວັດແອັສປາຍບໍ່ໄດ້ມາຈາກແອັສປາຍ, ແຕ່ເກີດຢູ່ຈີນ ຈາກນັ້ນມາກາຍພັນຢູ່ອາເມລິກາໃນເຂດໃກ້ກັບເມືອງບອສຕັນ ຈາກນັ້ນແຜ່ກະຈາຍໄປທົ່ວເອີຣົບໃນໄລຍະທີ່ທະຫານອາເມລິກາໄປສູ້ຮົບທີ່ບ່ອນນັ້ນ.
ໃນເດືອນສິງຫາ 1918 ມີລາຍງານພົບຜູ້ຕິດເຊື້ອຢູ່ທ່າເຮືອໃນບອສຕັນ 300 ຄົນ ຫລັງຈາກນັ້ນສະຖານະການຮຸນແຮງຂຶ້ນເລື້ອຍໆ ໃນເບື້ອງຕົ້ນທາງການມີຄຳສັ່ງຫ້າມຜູ້ຍິງຈູບລາແຟນໜຸ່ມ ເພື່ອປ້ອງກັນການຕິດເຊື້ອ ແຕ່ນັ້ນຍັງບໍ່ພໍ ຈົນວັນທີ 23 ກັນຍາ ໜັງສືພິມ Boston Daily Globe ລາຍງານວ່າ ໂຮງໝໍຮັບບໍ່ໄຫວແລ້ວ ວັນຕໍ່ມາທາງການບອສຕັນຈຶ່ງມີຄຳສັ່ງປິດສະຖານບັນເທີງທັງໝົດ ແລະ ສັ່ງຫ້າມຊຸມນຸມໃນບ່ອນສາທາລະນະ, ໂຮງຮຽນຫລາຍແຫ່ງສັ່ງປິດເອງ ລວມທັງໂບດ.
ແຕ່ການປິດເມືອງຂອງບອສຕັນເປັນໄປເພາະສະຖານະການບັງຄັບ ເມື່ອທຸກຢ່າງສວາຍເກີນແກ້ແລ້ວ ນີ້ຈຶ່ງເປັນຕົວຢ່າງຂອງການຮັບມືທີ່ບໍ່ທ່ວງທັນ, ສ່ວນຟິລາເດລເຟຍທີ່ຮູ້ທັງຮູ້ວ່າການລະເບີດເກີດຂຶ້ນຍັງປະມາດຈົນມີຄົນຕາຍນັບໝື່ນ ເມືອງເຫລົ່ານີ້ເປັນຕົວຢ່າງຂອງການປິດເມືອງບໍ່ທັນ ແລະ ບໍ່ຢາກຈະປິດເມືອງ.
ແຕ່ມີຕົວຢ່າງການປິດເມືອງທີ່ທັນການ ກໍຄືເມືອງເຊນຫລຸຍ ລັດມິສຊູຣີ.
ກຳມາທິການສາທາລະນະສຸກຂອງເຊນຫລຸຍໃນເວລານັ້ນຄື ດຣ. ແມັກ ຊີ. ສະຕາກຄອບ ເຊິ່ງໄດ້ຂ່າວການລະບາດຢູ່ບອສຕັນນັບແຕ່ເດືອນສິງຫາປີ 1918 ທ່ານກໍກຽມຮັບມືຢູ່ເຊນຫລຸຍທັນທີ ເບື້ອງຕົ້ນທ່ານພິມບົດຄວາມໃຫ້ຄວາມຮູ້ປະຊາຊົນ ແນະນຳໃຫ້ຫລີກເວັ້ນຄົນປ່ວຍ, ບ່ອນຊຸມຊົນ, ບໍ່ດື່ມສິ່ງມຶນເມົາ, ແນະນຳໃຫ້ສູດດົມອາກາດບໍລິສຸດ ແລະ ສະເໜີວ່າ ຄວນຈະກັກຕົວຜູ້ປ່ວຍ ແຕ່ຍັງບໍ່ໄດ້ປະກາດມາດຕະການນີ້.
ໃນເດືອນຕຸລາ 1918 ໂຣກລະບາດມາເຖິງລັດມິສຊູຣີໃນທີ່ສຸດ ສະຕາກຄອບ ຈຶ່ງຂໍໃຫ້ສະພາເມືອງມອບອຳນາດພິເສດໃຫ້ທ່ານ ເພື່ອຄວບຄຸມໂຣກ ແຕ່ຈົ້າເມືອງບໍ່ເຫັນພ້ອມ ຈົນກະທັ້ງພົບການລະບາດຢູ່ເຊນຫລຸຍໃນວັນທີ 7 ຕຸລາເຖິງ 115 ຄົນ ແລະ ຍັງມີທະຫານຕິດເຊື້ອອີກນັບພັນໃນພື້ນທີ່ໃກ້ຄຽງ. ສະພາເມືອງ ແລະ ເຈົ້າເມືອງຈຶ່ງໃຫ້ອຳນາດ ສະຕາກຄອບ ຢ່າງເດັດຂາດແບບບໍ່ເຄີຍມີມາກ່ອນ.
ຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກຂອງຟິລາເດລເຟຍບໍ່ສາມາດຕ້ານທານອຳນາດຝ່າຍການເມືອງໄດ້ ກຳມາທິການສາທາລະນະສຸກຂອງເຊນຫລຸຍກົດດັນຝ່າຍການເມືອງໄດ້ ແລະ ຝ່າຍການເມືອງກໍບໍ່ດຶງດັນ ຈາກອຳນາດທີ່ມີ ທ່ານຈຶ່ງສັ່ງປິດໂຮງຮຽນ, ຫ້ອງສະໝຸດ, ບ່ອນເດັກນ້ອຍຫລິ້ນ, ໂຮງໜັງ, ເທັກບາ, ສະຖານທີ່ແຂ່ງຂັນກິລາທັງໝົດ, ຈຳກັດການເດີນທາງໂດຍຂົນສົ່ງສາທາລະນະ ລວມທັງສັ່ງປິດໂບດຄັ້ງທຳອິດໃນປະຫວັດສາດຂອງເມືອງ ແລະ ສັ່ງຫ້າມການຊຸມນຸມໃນບ່ອນສາທາລະນະເກີນ 20 ຄົນ.
ໃນເວລານັ້ນ ສະຖານບັນເທີງແຫລ່ງຊຸມນຸມຂອງປະຊາຊົນ ແລະ ເປັນທຸລະກິດທີ່ເງິນໝູນວຽນດີ ໂດຍສະເພາະໂຮງໜັງເປັນທຸລະກິດທີ່ມີລາຍໄດ້ຫລາຍທີ່ສຸດກຸ່ມໜຶ່ງຂອງປະເທດ ແຕ່ເພາະມັນເປັນຈຸດສ່ຽງເມືອງຕ່າງໆ ຈຶ່ງມັກສັ່ງປິດໂຮງໜັງກ່ອນເປັນອັນດັບທຳອິດ ເຊັ່ນບຸສຕັນ ຢູ່ເຊນຫລຸຍເຊັ່ນກັນ.
ແຕ່ເພາະເປັນທຸລະກິດສ້າງເງິນມະຫາສານ ເຈົ້າຂອງໂຮງໜັງຈຶ່ງປະທ້ວງມາດຕະການປິດເມືອງ. ເຖິງຢ່າງໃດກໍຕາມ ການປະທ້ວງນີ້ບໍ່ມີຜົນ ເພາະ ສະຕາກຄອບ ບໍ່ຍອມອ່ອນຂໍ້ໃຫ້. ກະທັ້ງຕອນທີ່ເຈົ້າເມືອງຮ້ອງຂໍໃຫ້ ສະຕາກຄອບ ຫລຸດຜ່ອນການຊຸມນຸມໃນບ່ອນສາທາລະນະ ລາວກໍບໍ່ຍອມໃຫ້.
ຈົນກະທັ້ງໃນວັນທີ 11 ພະຈິກ ການລະບາດເລີ່ມຫລຸດລົງ ເພາະມາດຕະການປິດເມືອງ ບວກກັບສົງຄາມໂລກຄັ້ງທີ 1 ສິ້ນສຸດລົງ ເຖິງວ່າຮ້ານຕ່າງໆຍັງປິດບໍລິການ ແຕ່ປະຊາຊົນກ້າອອກມາສະຫລອງວັນສິ້ນສຸດສົງຄາມ ສະຕາກຄອບ ຈຶ່ງຍອມຫລຸດຜ່ອນໃຫ້ມີການຊຸມນຸມ ແຕ່ຍັງສັ່ງໃຫ້ມີການຍົກເວັ້ນໄລຍະຫ່າງໃນລະດັບໜຶ່ງ.
ປາກົດວ່າມີຜູ້ຕິດເຊື້ອເພີ່ມຂຶ້ນມາອີກເພາະ “ເປີດເມືອງ” ໄວເກີນໄປ ແລະ ໂຮງຮຽນຍັງເປີດອີກໃນເວລາໄລ່ລຽງກັນ ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນອີກ ສະຕາກຄອບ ຈຶ່ງສັ່ງປິດໃນທັນທີ. ການລະບາດເລີ່ມຫລຸດລົງໃນເດືອນທັນວາ ກວ່າ ສະຕາກຄອບ ຈະຍອມໃຫ້ເປີດໂຮງຮຽນອີກໃນເດືອນມັງກອນ 1919.
ເຊນຫລຸຍ ມີປະຊາກອນເຖິງ 800.000 ເປັນເມືອງສູນກາງອຸດສາຫະກຳ ແລະ ຊຸມທາງໃຈກາງປະເທດຄ້າຍຄືກັບເມືອງອູ່ຮັ່ນ ແຕ່ເພາະມາດຕະການປິດເມືອງທີ່ທ່ວງທັນ ເຮັດໃຫ້ມີຜູ້ເສຍຊີວິດຈາກໄຂ້ຫວັດແອັສປາຍບໍ່ຮອດ 700 ຄົນ ຕໍ່າທີ່ສຸດເມືອງໜຶ່ງຂອງອາເມລິກາ.
ຜົນສຳເລັດນີ້ຕ້ອງຂອບໃຈການເບິ່ງການໄກຂອງ ສະຕາກຄອບ, ລາວມີແນວຄິດທີ່ຄົນໃນຍຸກຂອງພວກເຮົາສາມາດຮຽນຮູ້ໄດ້ຄື:
- ເມື່ອການລະບາດເລີ່ມຂຶ້ນ ລາວໃຫ້ຄວາມຮູ້ປະຊາຊົນທັນທີ ເພື່ອກຽມປະຊາຊົນໃຫ້ພ້ອມກ່ອນໂຣກຈະມາເຖິງ.
- ເມື່ອການລະບາດມາເຖິງ ລາວສະເໜີໃຫ້ປິດເມືອງທັນທີ ໂດຍບໍ່ຍອມອ່ອນຂໍ້ໃຫ້ຂະແໜງທຸລະກິດ ແລະ ຝ່າຍການເມືອງ.
- ລະຫວ່າງການລະບາດລາວເປັນຜູ້ແນະນຳໃຫ້ປະຊາຊົນຢູ່ຫ່າງໆກັນ ໂດຍເຊນຫລຸຍໃຊ້ແນວທາງນີ້ດົນກວ່າເມືອງອື່ນໆ ເຮັດໃຫ້ການລະບາດໜ້ອຍຈົນບໍ່ເກີນລະດັບທີ່ທີມແພດແບກຮັບໄຫວ.
- ການປິດເມືອງ ແລະ ການຢູ່ຫ່າງ ຈະໄດ້ຜົນແນ່ນອນຈະຕ້ອງລໍຖ້າໃຫ້ແນ່ໃຈກ່ອນ ປະສົບການຂອງເຊນຫລຸຍບອກພວກເຮົາວ່າ ຖ້າຍົກເລີກປິດເມືອງໄວເກີນໄປ ໂຣກລະບາດຈະເຂົ້າມາຖະຫລົ່ມທັນທີ.
ສິ່ງທີ່ ສະຕາກຄອບ ລິເລີ່ມໄວ້ເມື່ອ 100 ປີກ່ອນ ທຸກມື້ນີ້ຖືກນຳກັບມາໃຊ້ອີກ