ທຸລະກິດຫຍຸ້ງຍາກຍ້ອນໂຄວິດ-19 ລະບາດຈຶ່ງຢຸດຕິການເສຍຄ່າປະກັນສັງຄົມຊົ່ວຄາວ
ລູກເມືອງພວນ
ທຸກໆຫົວໜ່ວຍທຸລະກິດລ້ວນແຕ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ມີກຳລັງແຮງງານຫຼາຍກວ່າເຄິ່ງໜຶ່ງຖືກໃຫ້ພັກວຽກ ຈຶ່ງຈຳເປັນຕ້ອງໃຫ້ຫົວໜ່ວຍທຸລະກິດຕ່າງໆຢຸດຕິການເສຍຄ່າບຳນານ ແລະ ເງິນມ້ຽນສົບສົ່ງສະການ ຊົ່ວຄາວ.
ກະຊວງແຮງງານ, ສະຫວັດດີການສັງຄົມ ໄດ້ອານຸຍາດໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆຢຸດຕິການເສຍຄ່າສະຫວັດດີການສັງຄົມຊົ່ວຄາວ. ອົງການປະກັນສັງຄົມ ຈະຮັບ ແລະ ແກ້ໄຂບັນຫາການສະເໜີຂອງຫົວໜ່ວຍທຸລະກີດຕ່າງໆຕາມເງື່ອນໄຂ ແລະ ບໍ່ຄິດຄ່າກຳໄລຕາມການກຳນົດຢ່າງສົມເຫດສົມຜົນໃນຂໍ້ກຳນົດວາງອອກ. ໃນໄລຍະທີ່ຢຸດການເສຍຄ່າປະກັນສັງຄົມນັ້ນ, ບັນດາຫົວໜ່ວຍທຸລະກິດດັ່ງກ່າວກໍຈະບໍ່ຖືກສອບແຕ່ຢ່າງໃດ.
ເມື່ອສິ້ນສຸດເດືອນ ມີຖຸນາຈະມາເຖິງນີ້ ຖ້າພະຍາດໂຄວິດ ຫາກຍັງບໍ່ທັນຢຸດເຊົາ, ບັນດາຫົວໜ່ວຍທຸລະກິດຕ່າງໆ ເຫຼົ່ານັ້ນຈະຕ້ອງໄດ້ສະເໜີຕໍ່ອົງການປະກັນສັງຄົມຂອງທ້ອງຖິ່ນຕົນ ເພື່ອລາຍງານຕໍ່ອຳນາດການປົກຄອງແຂວງ, ນະຄອນບ່ອນທີ່ຝາກເງິນປະກັນສັງຄົມໄດ້ຮັບຄົ້ນຄ້ວາ ພິຈາລະນາ ແລະ ແກ້ໄຂ ຕາມຄວາມເໝາະສົມ.
ຜົນຂອງການແກ້ໄຂ ຢຸດຕິການເສຍຄ່າປະກັນສັງຄົມຂອງຫົວໜ່ວຍທຸລະກິດນັ້ນ ຕ້ອງຮັບປະກັນໃຫ້ໄດ້ໂດຍສັງລວມ ແລະ ລາຍງານເປັນລາຍເດືອນໃຫ້ກະຊວງແຮງງານ ສະຫວັດດີການສັງຄົມຮັບຊາບ ຈົນເຖິງເມື່ອໃດນາຍົກລັດຖະມົນຕີປະກາດພະຍາດຢຸດຕິແລ້ວຈຶ່ງຢຸດເຊົາ.
ກະຊວງແຮງງານສະຫວັດດີການສັງຄົມລາຍງານໃຫ້ຮູ້ວ່າ ພາຍຫຼັງມີພະຍາດ ໂຄວິດ-19 ລະບາດຂຶ້ນມານີ້ ໄດ້ມີ 30 ແຂວງ ແລະ ນະຄອນ, 322 ຫົວໜ່ວຍທຸລະກິດ ຕ້ອງໄດ້ຢຸດຕິການເຄື່ອນໄຫວ ແລະ ມີສະຫະກອນຫຼາຍກວ່າ 30 ແຫ່ງ ຊຶ່ງລວມມີ 300,000 ຄອບຄົວຕ້ອງຢຸດຕິການຜະລິດ ແລະ ປິດກິດຈະການໃຫ້ໜ້ອຍລົງ. ຊຶ່ງບໍ່ທັນນັບທັງແຮງງານ 1.000 ຄົນໃນ 22 ແຂວງຕົກງານ. ໃນນັ້ນຫຼາຍກວ່າ ສອງສ່ວນສາມ ແມ່ນຂະແໜງການບໍລິການບ້ານພັກ ແລະ ກິນດື່ມ, 10% ແມ່ນຂອງຂະແໜງການອຸດສາຫະກຳປຸງແຕ່ງ ແລະ ຜະລິດເຄື່ອງຈັກກົນ./.