“ຜ້າອັດປາກ” ແບບໃດຄວນໃສ່ປ້ອງກັນ “ໄວຣັສໂຄວິດ-19”
ສາລະພັດຂໍ້ສົງໃສກ່ຽວຜ້າອັດປາກ ໃນຊ່ວງໄວຣັສໂຄໂຣນາ 2019 ຫລື ໄວຣັສໂຄວິດ-19 (COVID-19) ລະບາດ ເຮົາໃຊ້ຜ້າອັດປາກ ແບບໃດດີ ຜ້າອັດປາກປ້ອງກັນໄວຣັສໄດ້ບໍ່? ຈຳເປັນຕ້ອງໃຊ້ຜ້າອັດປາກ N95 ຫລື ບໍ່ ມື້ນີ້ພວກເຮົາລວບລວມຄຳຕອບມາໃຫ້.

ເຮົາຈຳເປັນຕ້ອງໃສ່ຜ້າອັດປາກ ຫລື ບໍ່? ອັນດັບທຳອິດກ່ອນເຂົາສູ່ໄລຍະຄຳຖາມກ່ຽວກັບການໃຊ້ຜ້າອັດປາກ ຕ້ອງເຂົາໃຈກ່ອນວ່າຄວາມຈິງແລ້ວຜ້າອັດປາກທີ່ໃຊ້ກັນຢູ່ໃນປັດຈຸບັນ (Surgica mask) ສີຂາວ, ຟ້າ, ຂຽວ, ແລະ ສີອື່ນໆ ຖືກຜະລິດຂຶ້ນມາເພື່ອປ້ອງກັນບໍ່ໃຫ້ລະອອງນ້ຳລາຍຈາກການໄອ, ຈາມ ແຜ່ກະຈາຍສູ່ອາກາດ ເຊິ່ງເປັນສາເຫດ ເຮັດໃຫ້ຜູ້ທີ່ສູບອາກາດເອົາລະອອງນ້ຳລາຍຂອງຜູ້ປ່ວຍເຂົ້າສູ່ລະບົບທາງເດີນຫາຍໃຈຕິດເຊື້ອໄວຣັສໄດ້ (ຄືກັບການຕິດຕໍ່ຂອງໂຣກຫວັດທຳມະດາ) ດັ່ງນັ້ນໃນຫລາຍປະເທດ ທີ່ເຫັນຊັດເຈນຢ່າງປະເທດຍີ່ປຸ່ນ ຜູ້ໄດ້ເປັນໄຂ້ຫວັດ ຈຶ່ງມັກໃສ່ຜ້າອັດປາກ ເພາະມີວິໄນຂອງຕົນເອງ ປ້ອງກັນບໍ່ໃຫ້ຄົນອື່ນຕິດຫວັດຈາກເຮົານັ້ນເອງ ແຕ່ໃນປະເທດເຮົາສ່ວນໃຫຍ່ຍັງພົບວ່າ ເຖິງວ່າເຮົາຈະປ່ວຍເປັນໄຂ້ຫວັດ ມີອາການໄອ, ຈາມ ຫລາຍຄົນຍັງບໍ່ໃສ່ຜ້າອັດປາກ ດັ່ງນັ້ນການໃສ່ຜ້າອັດປາກໃນໄລຍະເວລາທີ່ມີການລະບາດຂອງເຊື້ອໄວຣັສ ກໍຖືວ່າຊ່ວຍປ້ອງກັນໃຫ້ຕົວເອງໄດ້ໃນລະດັບໜຶ່ງແຕ່ລະວັງໄວ້ສະເໝີວ່າ ສຳຄັນໄປກວ່າການໃສ່ຜ້າອັດປາກ ຄືການລ້າງມືໃຫ້ສະອາດຕະຫລອດເວລາ ຫລຸດການສຳຜັດກັບສິ່ງຂອງສາທາລະນະ ຫລຸດການສຳຜັດ ໜ້າ, ຕາ, ດັງ, ປາກຂອງຕົວເອງ ບໍ່ຈັບຜ້າອານາໄມທີ່ຕົວເອງໃສ່ໝົດມື້ ແລະ ລ້າງມືກ່ອນຈັບອາຫານເຂົ້າປາກ ຈະຊ່ວຍຫລຸດການຕິດເຊື້ອໄວຣັສ ໄດ້ຫລາຍກວ່າໃສ່ຜ້າອັດປາກແບບໃໝ່ ປ້ອງກັນໄວຣັສໂຄວິດ-19 ໄດ້? ລຽງລຳດັບຜ້າອັດປາກຈາກຄວາມສາມາດໃນການປ້ອງກັນເຊື້ອໄວຣັສ.

ຜ້າອັດປາກແບບຜ້າ ຄວາມສາມາດ ໃນການປ້ອງກັນເຊື້ອໄວຣັສ-ຕ່ຳ ເພາະວັດສະຖຸທີ່ເປັນຜ້າບໍ່ສາມາດປ້ອງກັນຄວາມປຽກໄດ້ ແລະ ຍັງສ່ຽງຕໍ່ການທີ່ເຊື້ອໂຣກຕິດຄ້າງຢູ່ໃນຜ້າອັດປາກດົນກວ່າຊະນິດອື່ນ.
ແນະນຳໃຫ້ໃສ່: ຜູ້ມີສຸຂະພາບດີປົກກະຕິ ບໍ່ເປັນໂຣກກ່ຽວກັບທາງເດີນຫາຍໃຈ ປ້ອງກັນຝຸ່ນລະອອງຂະໜາດໃຫຍ່ກວ່າ PM2.5 ເຊັ່ນ ໃສ່ໃນເວລາເຮັດຄວາມສະອາດເຮືອນເປັນຕົ້ນ.
ບໍ່ແນະນຳໃຫ້ໃສ່: ຜູ້ປ່ວຍຕິດເຊື້ອໄວຣັສ ຜູ້ປ່ວຍໄຂ້ຫວັດ (ປ້ອງກັນລະອອງນ້ຳລາຍອອກຈາກປາກ ແລະ ດັງ ກະຈາຍສູ່ອາກາດພາຍນອກບໍ່ໄດ້ຫລາຍ) ຜູ້ປ່ວຍໂຣກທາງເດີນຫາຍໃຈ ບຸກຄະລາກອນທາງການແພດໃນໂຮງໝໍເປັນຕົ້ນ.
ຂໍ້ຄວນລະວັງ: ຄວນຊັກກ່ອນໃຊ້ທຸກມື້
ຜ້າອັດປາກ ຄວາມສາມາດໃນການປ້ອງກັນເຊື້ອໄວຣັສ: ປານກາງ ເພາະຄວາມຈິງແລ້ວ ຜ້າອານາໄມ ອອກແບບມາເພື່ອປ້ອງກັນບໍ່ໃຫ້ລະອອງນ້ຳລາຍ “ອອກ” ຈາກຜ້າອັດປາກຫລາຍ ບໍ່ໃຫ້ລະອອງນ້ຳລາຍ “ເຂົ້າ” ສູ່ປາກ ແລະ ດັງຂອງເຮົາ ແຕ່ດ້ວຍວັດຖຸກັນຄວາມປຽກ ແລະ ຊັ້ນຄອງຕ່າງໆ ໃນຜ້າອັດປາກ (ທີ່ໄດ້ມາດຕະຖານ) ກໍຊ່ວຍປ້ອງກັນ ລະອອງຕ່າງໆ ໄດ້ແຕ່ດ້ວຍຄວາມທີ່ມັນບາງ ແລະ ຫລົມ ຈິ່ງມີໂອກາດທີ່ເຊື້ອໂຣກຕ່າງໆ ຈະລອດເຂົ້າໄປໄດ້.
ແນະນຳໃຫ້ໃສ່: ຜູ້ປ່ວຍໂຣກໄຂ້ຫວັດທີ່ມີອາການໄອ, ຈາມ ຜູ້ປ່ວຍໂຣກທີ່ກ່ຽວກັບທາງເດີນຫາຍໃຈ ບຸກຄາລາກອນທາງການແພດຜູ້ທີ່ຕ້ອງເບິ່ງຜູ້ປ່ວຍ.
ບໍ່ແນະນຳໃຫ້ໃສ່: ສາມາດໃສ່ໄດ້ທຸກຄົນ
ຂໍ້ຄວນລະວັງ: ຕ້ອງຄິດສະເໝີວ່າ ຖ້າໃສ່ຜ້າອັດປາກ ບໍ່ໄດ້ປ້ອງກັນໄວຣັສໄດ້ 100% ຢາສຳຜັດໜ້າກາກຕົນເອງ ແລະ ຄວນປ່ຽນທຸກມື້ຢ່າໃຊ້ຊ້ຳ ແລະ ຢ່າຊັກມາໃຊ້ຊ້ຳເຊັ່ນກັນ.

ຜ້າອັດປາກ N95
ຄວາມສາມາດໃນການປ້ອງກັນເຊື້ອໄວຣັສ: ສູງສາມາດປ້ອງກັນລະອອງນ້ຳລາຍຈາກຜູ້ປ່ວຍໄດ້ ລວມເຖິງເຊື້ອໂຣກບາງຊະນິດລະອອງຝຸ່ນທີ່ອຸນນະພູມນ້ອຍ PM 2.5 ໄດ້ສູງເຖິງ 95% (ຖ້າໃສ່ຖືກວິທີ) ແຕ່ບໍ່ສາມາດປ້ອງກັນຈາກແກ໊ສ ຫລື ໄອນ້ຳໄດ້
ແນະນຳໃຫ້ໃສ່: ຄົນທີ່ຕ້ອງເຮັດວຽກກ່ຽວກັບການກໍສ້າງ ຫລື ສະຖານທີ່ເຕັມໄປດ້ວຍຝຸ່ນຕະຫລອດເວລາເຊັ່ນ ໂຮງງານບາງແຫ່ງ
ບໍ່ແນະນຳໃຫ້ໃສ່: ຜູ້ປ່ວຍໄຂ້ຫວັດທຳມະດາ ແລະ ຄົນທົ່ວໄປທີ່ບໍ່ໄດ້ເຮັດວຽກກັບຝຸ່ນ ຫລື ບໍ່ໄດ້ຢູ່ໃນພື້ນທີ່ມີຝຸ່ນອານຸພາບນ້ອຍ PM 2.5
ຂໍ້ຄວາມລະວັງ: ຜ້າອັດປາກ N95 ອາດເຮັດໃຫ້ຫາຍໃຈບໍ່ສະດວກ ບໍ່ຄວນໃສ່ ຕອນອອກກຳລັງກາຍ ຫາກບໍ່ແມ່ນແບບທີ່ຊັກໄດ້ກໍບໍ່ຄວນນຳມາຊັກ ເພາະຈະຫລຸດປະສິດທິພາບ ໃນການກອງໄດ້ນອກເໜືອຈາກນີ້ ຈະເປັນຜ້າອັດປາກທີ່ໃຊ້ສະເພາະກັບເຈົ້າໜ້າທີ່ ຫລື ຜູ້ທີ່ເຮັດວຽກກ່ຽວຂ້ອງກັບສານເຄມີຕ່າງໆ ເຊັ່ນ: ຜ້າອັດປາກ P100 ທີ່ປ້ອງກັນແກ໊ສ ໄດ້ ຫລື ຜ້າອັດປາກ ສຳລັບນັກດັບເພິງ.
ຫາກຢາກເລືອກໃສ່ຜ້າອັດປາກເພື່ອປ້ອງກັນໄວຣັສໂຄວິດ -19 ຄວນເລືອກຜ້າອັດປາກແບບໃຊ້ແລ້ວຖິ້ມມື້ຕໍ່ມື້ ຫລື ຖ້າບໍ່ມີຢ້ານເປືອງອາດເລືອກເປັນຜ້າອັດປາກ N95 ຊະນິດປ່ຽນສະເພາະໃສ່ຮອງ ຫລື ຊະນິດຊັກໃຊ້ຊ້ຳໄດ້ (ຖ້າມີມື້ໃດຢູ່ເຮືອນ) ຄວາມຈິງແລ້ວບໍ່ມີຄວາມຈຳເປັນຕ້ອງໃຊ້ຜ້າອັດປາກ N95 ຄົນທີ່ຈຳເປັນຫລາຍກວ່າຄືຄົນທີ່ຕ້ອງສຳຜັດ ຫລື ຢູ່ໃກ້ຜູ້ປ່ວຍຕິດເຊື້ອຫລາຍໆເຊັ່ນ: ບຸກຄາລາກອນແພດ.
ຖ້າບໍ່ມີຜ້າອັດປາກ, ຫາກເປັນຜູ້ທີ່ມີສຸຂະພາບສົມບູນດີ ເນັ້ນລ້າງມືຕະຫລອດ ກິນຮ້ອນ ບ່ວງຕົນເອງ ແລະ ງົດພົບປະສ້າງສັນ ຫລື ກິດຈະກຳ ໄປໃນສະຖານທີ່ທີ່ມີຄົນຮວມຢູ່ເປັນຈຳນວນຫລາຍ ຊ່ວຍຫລຸດຄວາມສ່ຽງໃນການຕິດໄວຣັສໄດ້ຫລາຍກວ່າຜ້າອັດປາກຫລາຍ.
