ເປັນຕົວຢ່າງທີ່ດີ…! ປາກຽວ ແລະ ແຈັກໝ່າບໍລິຈາກຊຸດກວດເຊື້ອໄວຣັສໂຄວິດ-19. 50 ພັນຊຸດໃຫ້ຊາວຟິລິບປິນ
March 19, 2020 - 2:41 PM

ແມນນນີ ປາກຽວ ຍອດນັກມວຍຊາວຟິລິບປິນ ພ້ອມກັບ ແຈັກໝ່າ ນັກທຸລະກິດທີ່ມີຊື່ສຽງຂອງໂລກ, ຮ່ວມກັນບໍ່ລິຈາກຊຸດກວດເຊື້ອ ໂຄວິດ-19 ໃຫ້ແກ່ຜູ້ຄົນໃນບ້ານເກີດທີ່ຟິລິບປິນ ຫຼັງເກີດການແຜ່ລະບາດຢ່າງຮຸນແຮງພາຍໃນປະເທດ.

ປາກຽວ ເປີດເຜີຍຜ່ານສື່ໃນຟິລິບປິນ ວ່າ: ໄດ້ໃຊ້ເງິນກອງທຶນສ່ວນຕົວກໍ່ຄື ແມນນີ ປາກຽວ ຟາວເດຊັນ ແລະ ອາໄສຄວາມສະໜິດສະໜົມກັບ ແຈັກໝ່າ ຮ່ວມກັນແຈກຊຸດກວດເຊື້ອ ໂຄວິດ-19 ແບບລ້າໆໃຫ້ກັບຊາວຟິລິບປິນ ເພື່ອເປັນຜົນປະໂຫຍດໃຫ້ກັບຄົນໃນຊາດ, ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະປະກາດກອງທຶນຂອງ ແຈັກໝ່າ ຮ່ວມກັບກອງທືນຂອງ ປາກຽວ ບໍລິຈາກຊຸດກວດເຊື້ອດັ່ງກ່າງ ໃນຟິລິບປິນ ຈໍານວນ 50.000 ຊຸດ, ດ້ວຍສິ່ງທີ່ເກີດຂຶ້ນໃນໂລກວັນນີ້ ບໍ່ມີຫຍັງທີ່ຈະດີກວ່າການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
