ເບິ່ງ “ຢາແຮງຈີນ” ເບື້ອງຫລັງຜົນສຳເລັດ ຜູ້ປ່ວຍໂຄວິດໃໝ່ໃນປະເທດເຫລືອ 0
ເປັນເລື່ອງໜ້າຍິນດີທີ່ “ຈີນ” ລາຍງານໃນວັນທີ 19 ມີນານີ້ວ່າ: ບໍ່ພົບຜູ້ປ່ວຍໂຄວິດ-19 ລາຍໃໝ່ໃນປະເທດເປັນຄັ້ງທຳອິດ, ແຕ່ເບື້ອງຫລັງຜົນສຳເລັດນີ້ແລກມາດ້ວຍມາດຕະການ “ຢາແຮງ” ທີ່ເຂັ້ມງວດ ແລະ ການຮ່ວມມືຈາກທຸກພາກສ່ວນໃນສັງຄົມ.
ຕົວເລກຜູ້ປ່ວຍໃໝ່ເຫລືອ 0 ຖືເປັນຜົນສຳເລັດຄັ້ງສຳຄັນຂອງຈີນໃນການກັກກັນໂຣກ ແລະ ເປັນຄັ້ງທຳອິດນັບແຕ່ລັດຖະບານປັກກິ່ງລາຍງານສະຖິຕິແຕ່ລະວັນກ່ຽວກັບຜູ້ເສຍຊີວິດ ແລະ ຜູ້ປ່ວຍໂຣກໂຄວິດ-19 ໃນທ້າຍເດືອນມັງກອນຜ່ານມາ ທີ່ບໍ່ມີການພົບຜູ້ປ່ວຍເພີ່ມໃນປະເທດໃນຮອບ 24 ຊົ່ວໂມງຫລ້າສຸດ.
ຂະນະທີ່ຢູ່ເມືອງອູ່ຮັ່ນ ສູນກາງການລະບາດຂອງໂຣກໂຄວິດ-19 ເລີ່ມຕົ້ນຂຶ້ນໃນທ້າຍເດືອນທັນວາ 2019 ແລະ ເມືອງອ້ອມຮອບໃນມົນທົນຫູເປີຍ ສາມາດຄວບຄຸມໄດ້ແລ້ວ ໂດຍບໍ່ພົບຜູ້ປ່ວຍຄົນໃໝ່ພຽງແຕ່ຄົນດຽວ.
ສຳນັກງານຄະນະກຳມະການສຸຂະພາບແຫ່ງຊາດຈີນ ລະບຸວ່າ: ມາຮອດວັນທີ 18 ມີນາ ຈີນມີຜູ້ເສຍຊີວິດເພີ່ມອີກ 8 ຄົນ ໂດຍທັງໝົດຢູ່ມົນທົນຫູເປີຍ ເຮັດໃຫ້ຈຳນວນຜູ້ເສຍຊີວິດໃນປະເທດເພີ່ມເປັນ 3.245 ຄົນ.

ຂະນະທີ່ຈຳນວນຜູ້ປ່ວຍໄດ້ເພີ່ມເປັນເກືອບ 81.000 ຄົນ, ແຕ່ປັດຈຸບັນໄດ້ຮັບການປິ່ນປົວດີແລ້ວປະມານ 70.420 ຄົນເຫລືອກວ່າ 90% ໂດຍເຫລືອຜູ້ທີ່ຍັງຕ້ອງໄດ້ຮັບການປິ່ນປົວພຽງ 7.263 ຄົນ.
ເບື້ອງຫລັງ “ຢາແຮງ” ຫລ້າສຸດ
ກ່ອນໜ້ານີ້ ເມືອງອູ່ຮັ່ນ ແລະ ປະຊາກອນ 11 ລ້ານຄົນຖືກທາງການຈີນກັກກັນໂຣກຢ່າງເຂັ້ມງວດໃຫ້ຢູ່ແຕ່ໃນເມືອງນັບແຕ່ວັນທີ 23 ມັງກອນ. ຂະນະທີ່ອີກຫລາຍກວ່າ 40 ລ້ານຄົນຢູ່ເມືອງທີ່ເຫລືອຂອງມົນທົນຫູເປີຍເຂົ້າສູ່ບັນຍາກາດປິດເມືອງຫລັງຈາກນັ້ນຕໍ່ມາ. ພື້ນທີ່ອື່ນໆຂອງຈີນຕ່າງບັງຄັບໃຊ້ມາດຕະການຄຸມເຂັ້ມກັນຢ່າງພ້ອມພຽງ ເພື່ອຈຳກັດການອອກມາລວມຕົວກັນຢູ່ບ່ອນສາທາລະນະ ເຊິ່ງເປັນການເພີ່ມຄວາມສ່ຽງແຜ່ກະຈາຍເຊື້ອໄວຣັສ.
ວັນທີ 10 ມີນາ ປະທານປະເທດ ສີຈິ້ນຜິງ ໄປຢ້ຽມຢາມເມືອງອູ່ຮັ່ນເປັນຄັ້ງທຳອິດນັບແຕ່ໂຄວິດ-19 ເລີ່ມລະບາດ ແລະ ປະກາດວ່າການລະບາດຂອງໄວຣັສມໍລະນະນີ້ “ຢູ່ໃນການຄວບຄຸມຢ່າງແທ້ຈິງ” ແລ້ວ.

ໃນມື້ດຽວກັນ ທາງການມົນທົນຫູເປີຍອະນຸຍາດໃຫ້ປະຊາຊົນເດີນທາງລະຫວ່າງເມືອງພາຍໃນມົນທົນໄດ້ເປັນຄັ້ງທຳອິດນັບແຕ່ເດືອນມັງກອນ ແຕ່ຍັງຍົກເວັ້ນເມືອງອູ່ຮັ່ນເມືອງດຽວ. ຈົນຮອດວັນທີ 18 ມີນາ ທາງການຫູເປີຍປະກາດເປີດຊາຍແດນບາງສ່ວນເພື່ອອະນຸຍາດໃຫ້ປະຊາຊົນທີ່ແຂງແຮງດີຈາກພື້ນທີ່ຄວາມສ່ຽງໂຣກລະບາດຕໍ່າ ເດີນທາງອອກຈາກມົນທົນ ຖ້າຄົນເຫລົ່ານີ້ມີອາຊີບ ຫລື ອາໄສຢູ່ບ່ອນອື່ນ ແລະ ເຊັ່ນເຄີຍ ມາດຕະການນີ້ຍັງຍັກເວັ້ນເມືອງອູ່ຮັ່ນ. ປັດຈຸບັນ ຊີວິດຊາວຈີນໃນພື້ນທີ່ອື່ນໆຂອງປະເທດຄ່ອຍໆກັບເຂົ້າສູ່ສະພາບປົກກະຕິ, ລູກຈ້າງເລີ່ມກັບມາເຮັດວຽກ, ໂຮງງານເລີ່ມກັບມາຜະລິດ ແລະ ໂຮງຮຽນໃນບາງພື້ນທີ່ກັບມາເປີດສອນ ຫລື ກຽມກັບມາຮຽນຕາມປົກກະຕິອີກ.
ຍັງຕ້ອງລະວັງຄື້ນລູກທີ 2
ເຖິງຢ່າງໃດກໍຕາມ, ເຖິງວ່າທຸກຊີວິດຢູ່ຈີນຈະຄາຍຄວາມກັງວົນເລື່ອງໂຄວິດ-19 ໄປພໍສົມຄວນ, ແຕ່ມີຂໍ້ກັງວົນກ່ຽວກັບ “ຄື້ນລູກທີ 2 ຂອງການຕິດເຊື້ອໄວຣັສ” ເນື່ອງຈາກປັດຈຸບັນຍັງມີຜູ້ປ່ວຍໂຄວິດຈາກຕ່າງປະເທດບິນກັບປະເທດຈີນທຸກວັນ ສະເລ່ຍວັນລະ 20.000 ຄົນ.
ທາງການນະຄອນຫລວງປັກກິ່ງ ແລະ ພາກພື້ນອື່ນໆ ອອກກົດໃຫ້ຜູ້ເດີນທາງເຂົ້າປະເທດຈາກຕ່າງແດນ ຕ້ອງກັກກັນຕົນເອງເປັນເວລາ 14 ວັນຢູ່ໂຮງແຮມທີ່ທາງການກຳນົດໄວ້.
ປັດຈຸບັນ ຕົວເລກຜູ້ຕິດເຊື້ອຈາກຕ່າງປະເທດທີ່ເຂົ້າປະເທດພັດມີເພີ່ມຂຶ້ນ ແລະ ກາຍເປັນອຸປະສັກຕໍ່ຄວາມພະຍາຍາມໃນການກຳຈັດໂຣກໂຄວິດ-19.
ສຳນັກງານຄະນະກຳມະການສຸຂະພາບແຫ່ງຊາດຈີນ ລະບຸວ່າ: ຮອດວັນທີ 17 ມີນາ ມີຜູ້ປ່ວຍຈາກຕ່າງປະເທດເຂົ້າປະເທດເພີ່ມຂຶ້ນເຖິງ 34 ຄົນ ໂດຍຖືເປັນການເພີ່ມຂຶ້ນຕໍ່ວັນສູງທີ່ສຸດໃນຮອບ 2 ອາທິດ ແລະ ເຮັດໃຫ້ປັດຈຸບັນນີ້ ຈີນມີຜູ້ຕິດເຊື້ອຈາກຕ່າງປະເທດທີ່ເຂົ້າປະເທດແລ້ວ 189 ຄົນ.