ນຳໃຊ້ວິກິດເປັນເຂັມທິດສູ່ການປ່ຽນແປງ
ໂດຍ: ຈານແຫຍ່
ວິກິດ ບໍ່ວ່ານ້ອຍ ຫລື ໃຫຍ່ ເກີດຂຶ້ນໃນສະເພາະພື້ນທີ່ ຫລື ແຜ່ລາມໄປໃນວົງກວ້າງ ກໍລ້ວນແຕ່ເປັນລາງຝັນຮ້າຍ ເຊິ່ງບໍ່ມີມະນຸດໜ້າໃດໝາຍປອງຢາກປະສົບພົບພໍ້. ວິກິດການເສດຖະກິດໂລກປີ 1929 ໄດ້ເຮັດໃຫ້ອົດຢາກປາກແຫ້ງ, ເປັນຊະນວນກໍ່ເກີດສະພາບບໍ່ສະຫງົບໃນທຸກທະວີບ, ວິກິດການການເງິນຢູ່ອາຊີ ໃນປີ 1997 (ຟອງສະບູ) ໄດ້ສັ່ນສະເທືອນສະຖາບັນການເງິນ ແລະ ກົດໜ່ວງຈັງຫວະການພັດທະນາໃຫ້ຊ້າລົງ, ວິກິດການນ້ຳມັນເຊື້ອໄຟທີ່ເກີດຈາກຄວາມບໍ່ສະຫງົບໃນບັນດາປະເທດເຈົ້າພໍ່ຜະລິດນ້ຳມັນໃນຊຸມຕົ້ນປີຂອງສະຫັດສະວັດໃໝ່ນັ້ນກໍໄດ້ສົ່ງຜົນໃຫ້ລາຄາສິນຄ້າ, ຄ່າຂົນສົ່ງແພງຂຶ້ນ, ແຕ່ບັນດາທ່ານຄິດຄື ຈານແຫຍ່ ບໍ່ວ່າ ໃນແຕ່ລະວິກິດທີ່ເກີດຂຶ້ນນັ້ນ ພວກເຮົາສາມາດຖອດໄດ້ຫລາຍບົດຮຽນສຳຄັນທີ່ສາມາດໃຫ້ປະໂຫຍດມະຫາສານແກ່ຄົນເຮົາ ທະແນມແຕ່ຮູ້ຈັກນຳໃຊ້. ວິກິດການການເງິນອາຊີ ໃນປີ 1997 ໄດ້ກໍ່ໃຫ້ເກີດມີການລວມຕົວດ້ານເສດຖະກິດເປັນກຸ່ມເປັນກ້ອນ ເພື່ອຊຸກຍູ້ຂະບວນການການຄ້າເສລີຂຶ້ນ. AEC ຫລື ປະຊາຄົມເສດຖະກິດອາຊຽນ ກໍອາໄສແຮງບັນດານໃຈຈາກວິກິດການດັ່ງກ່າວຫັ້ນລະ. ວິກິດການນ້ຳມັນເຊື້ອໄຟນັ້ນໄດ້ຊຸກຍູ້ໃຫ້ຊາວໂລກຊອກທາງອອກດ້ວຍການຄິດຄົ້ນພະລັງງານທາງເລືອກ. ຢູ່ບ້ານເຮົາກໍມີຂະບວນປູກຕົ້ນໝາກເຍົາເປັນແຖວ ເພື່ອສະກັດເອົານ້ຳມັນມາໃຊ້ແທນນ້ຳມັນຈາກພາກພື້ນຕາເວັນອອກກາງ. ເຖິງວ່າທາງເລືອກທີ່ວ່ານີ້ບໍ່ຍືນຍົງ ແຕ່ມັນກໍເປັນເລື່ອງດີ, ດີບ່ອນວ່າເຮັດໃຫ້ຄົນເຮົາມີແນວຄິດຊອກເພິ່ງຕົນເອງ ກຸ້ມຕົນເອງ. ດຽວນີ້ພະລັງງານທາງເລືອກໄດ້ກາຍເປັນກຸນແຈໃໝ່ ເພື່ອແກ້ໄຂບັນຫາໂລກຮ້ອນທີ່ເຂົ້າຂັ້ນວິກິດຢູ່ໃນປັດຈຸບັນ.
ພະຍາດປອດອັກເສບສາຍພັນໃໝ່ (Corona Virus) ຫລື ເອີ້ນກັນຕິດປາກວ່າ: ໂຄວິດ-19 (COVID-19) ທີ່ລະບາດແຜ່ລາມໄປທົ່ວໂລກໂດຍບໍ່ຮູ້ວັນສິ້ນສຸດນີ້ ກໍໄດ້ບັງຄັບໃຫ້ທົ່ວໂລກຄິດຄົ້ນວິທີປ້ອງກັນດ້ວຍຫລາຍວິທີການ ແລະ ມາດຕະການ. ຢູ່ບ້ານເຮົາມາດຕະການກັນ covid-19 ທີ່ຄວນແປຮູບເປັນບົດຮຽນ, ເປັນມິຕິໃໝ່ໃນການພັດທະນາທັດສະນະສະຕິຂອງຄົນລາວເຮົາຕະຫລອດໄປ ກໍຄືການຈຳກັດການຊຸມແຊວ, ການຈັດງານດອງເອິກກະເຫລີກໃຫຍ່ໂຕ, ການຈັດງານລ້ຽງໂດຍຢຶດເອົາຈຳນວນແຂກເຊີນເປັນມາດຖານ ເພື່ອຊູກຽດ, ຊູໜ້າເຊີດຕາ. ຈານແຫຍ່ ດີໃຈທີ່ມາດຕະການຫ້າມຈັດງານທີ່ເຕົ້າໂຮມຄົນຈຳນວນຫລວງຫລາຍນີ້ໄດ້ຮັບການຕ້ອນຮັບດ້ວຍຄວາມເຕັມໃຈຈາກຄົນລາວທຸກໆຄົນ. ເທົ່າທີ່ຮູ້ ຫລາຍໆງານດອງໄດ້ຖືກເລື່ອນ (ເຊິ່ງເມື່ອກ່ອນຍາກທີ່ຈະເລື່ອນໄດ້ ເພາະຂໍ້ອ້າງວ່າໄດ້ເລືອກມື້ດີແລ້ວ) ຫລາຍງານດອງໄດ້ຫລຸດຈຳນວນແຂກເຊີນຈາກ 500-600 ຄົນ ມາເປັນ 50 ຄົນ ແລະ ຍິນດີຈັດຢູ່ຂອບເຮືອນໃຜເຮືອນລາວ. ມີເຈົ້າພາບງານດອງຈຳນວນໜຶ່ງບອກ ຈານແຫຍ່ “ຂໍຈັດແບບ 3 ເຖົ້າ 4 ແກ່ຢູ່ກັບເຮືອນ ເພາະຖ້າຈັດຢູ່ຮ້ານອາຫານ ຢ້ານບໍ່ປອດໄພ !”.
ທ່ານຜູ້ອ່ານເຫັນບໍລະ, ເມື່ອຮອດຄາວຈຳເປັນມາ ພວກເຮົາເຮັດໄດ້, ບໍ່ມີໃຜຂັດຂ້ອງ. ຈານແຫຍ່ ຢາກໃຫ້ບົດຮຽນນີ້ຍືນຍົງທັງໃນໄລຍະວິກິດ ແລະ ທັງວິກິດໂຄວິດ-19 ແລະ ກາຍເປັນສະພາບສູ່ການປ່ຽນແປງໃໝ່ທີ່ປາສະຈາກການຈ່າຍຟຸມເຟືອຍພຽງເພື່ອໜ້າເພື່ອຕາ, ເພື່ອອວດຮັ່ງອວດມີ ຄືທີ່ເຄີຍເປັນມາ.