ໃນວັນທີ 20 ມີນານີ້, ຫົວໜ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ
ຖະແຫລງຂ່າວສະຖານະການໄວຣັສໂຄວິດ-19 ວ່າ: ປະເທດໄທ ພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມ
50 ຄົນ, ລວມຍອດຜູ້ຕິດເຊື້ອສະສົມ 322 ຄົນ, ປິ່ນປົວດີສາມາດກັບບ້ານແລ້ວ 43 ຄົນ,
ກຳລັງປິ່ນປົວຢູ່ໃນໂຮງໝໍ 278 ຄົນ ແລະ ເສຍຊີວິດ 1 ຄົນ.