ຈີນເດີນໜ້າຜະລິດຢາ “ຟາວິພິຣາເວຍ” ປິ່ນປົວຜູ້ປ່ວຍໂຄວິດ-19
ສຳນັກຂ່າວຊິນຮົວຂອງທາງການຈີນ ລາຍງານວ່າ: ທ່ານ ຈາງຊິນໝິນ ຜູ້ອຳນວຍການສູນການພັດທະນາເຕັກໂນໂລຊີຊີວະພາບແຫ່ງຊາດຈີນ (CNCBD) ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກມາຖະແຫລງຂ່າວໃນວັນທີ 19 ມີນາວ່າ: ຢາ “ຟາວິພິຣາເວຍ” (Favipiravir) ທີ່ໄດ້ຮັບອະນຸມັດໃຫ້ໃຊ້ງານທາງຄລີນິກຢູ່ຍີ່ປຸ່ນໃນປີ 2014 ໃຊ້ໄດ້ດີໃນການປິ່ນປົວຜູ້ປ່ວຍໂຄວິດ-19 ແລະ ບໍ່ມີຜົນຂ້າງຄຽງໃນການທົດລອງງທາງຄລີນິກ. ສຳນັກງານບໍລິຫານອາຫານ ແລະ ຢາແຫ່ງຊາດຈີນ (NMPA) ຈຶ່ງອະນຸມັດການຜະລິດຢາຟາວິພິຣາເວຍ ອອກມາໃນປະລິມານຫລາຍຢ່າງຮີບດ່ວນ.
ໂດຍໃນການທົດລອງດັ່ງກ່າວ ມີຜູ້ປ່ວຍຕິດເຊື້ອໄວຣັສໂຄວິດ-19 ຈຳນວນ 80 ຄົນ ທີ່ເຂົ້າຮ່ວມການທົດລອງໃນໂຮງໝໍປະຊາຊົນແຫ່ງທີ 3 ຂອງເມືອງເສິນເຈິ້ນ ມົນທົນກວາງຕຸ້ງ ເຊິ່ງໃນຈຳນວນ 80 ຄົນ ມີຜູ້ປ່ວຍທີ່ໄດ້ຮັບຢາຟາວິພິຣາເວຍ 35 ຄົນ ແລະ ຜູ້ປ່ວຍກຸ່ມຄວບຄຸມ (ບໍ່ໄດ້ຮັບການປິ່ນປົວຈາກຢາຟາວິພິຣາເວຍ) 45 ຄົນ ພົບວ່າ ຜູ້ປ່ວຍທີ່ໄດ້ຮັບຢາຟາວິພິຣາເວຍ ມີຜົນການກວດຫາເຊື້ອໄວຣັສໂຄວິດ-19 ເປັນລົບໃນໄລຍະເວລາອັນສັ້ນກວ່າ ເມື່ອທຽບໃສ່ຜູ້ປ່ວຍກຸ່ມຄວບຄຸມ.

ນອກຈາກນີ້ ຜົນການທົດລອງທາງຄລີນິກແບບສຸ່ມໃນຫລາຍສະຖາບັນ ນຳໂດຍໂຮງໝໍຈົງໜານ ຂອງມະຫາວິທະຍາໄລອູ່ຮັ່ນ ກໍມີຂໍ້ບົ່ງຊີ້ວ່າ ການປິ່ນປົວຜູ້ປ່ວຍໂຣກໂຄວິດ-19 ຈາກຢາຟາວິພິຣາເວຍ ສຳລິດຜົນດີກວ່າເຊັ່ນດຽວກັນ.
ທັງນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ ເປີດເຜີຍວ່າ: ຢາຟາວິພິຣາເວຍ ຫລື ໃນຊື່ທາງການຄ້າວ່າ: “ອາວິແກນ” (Avigan) ເປັນຢາຕ້ານໄວຣັສສຳລັບການປິ່ນປົວໄຂ້ຫວັດໃຫຍ່ສາຍພັນໃໝ່ທີ່ຄິດຄົ້ນພັດທະນາໂດຍບໍລິສັດຢາຂອງຍີ່ປຸ່ນ (ບໍລິສັດຟູຈິຟີມ ໂຕຢາມະ ເຄມິຄັລ ເຊິ່ງເປັນບໍລິສັດລູກຂອງຟູຈິຟີມ) ມາແຕ່ປີ 2014 ໃຫ້ຜົນລັບທີ່ໜ້າປະທັບໃຈໃນການທົດລອງທາງຄລີນິກຕໍ່ຜູ້ປ່ວຍຕິດເຊື້ອໄວຣັສໂຄວິດ-19 ທັງຢູ່ເມືອງອູ່ຮັ່ນ ແລະ ເມືອງເສິນເຈິ້ນ. ຜົນການເອັກສະເຣຍັງສະແດງໃຫ້ເຫັນອີກວ່າ: ປອດຂອງຜູ້ປ່ວຍທີ່ໄດ້ຮັບການປິ່ນປົວຈາກຢາຟາວິພິຣາເວຍ ຟື້ນຟູດີຂຶ້ນ 91% ເມື່ອທຽບໃສ່ 62% ຂອງຜູ້ທີ່ບໍ່ໄດ້ຮັບການປິ່ນປົວຈາກຢາດັ່ງກ່າວ.
ເຖິງຢ່າງໃດກໍຕາມ, ນອກຈາກການເດີນໜ້າຜະລິດຢາຟາວິພິຣາເວຍແລ້ວ ຈີນຍັງໄດ້ຊຸກຍູ້ການໃຊ້ປະໂຫຍດຈາກເຕັກໂນໂລຊີນະວັດຕະກຳບາງສ່ວນເຊັ່ນ: ການປູກຖ່າຍຈຸລັງຕົ້ນກຳເນີດ (ສະເຕັມເຊລ) ຕັບທຽມ ແລະ ການຈັດສານພິດໃນເລືອດ ຫລື ການຟອກເລືອດເພື່ອປິ່ນປົວຜູ້ປ່ວຍໂຣກຕິດເຊື້ອໄວຣັສໂຄວິດ-19 ທີ່ມີອາການຮຸນແຮງນຳອີກ.