3 ກຸ່ມຕ້ອງລະວັງ ມີໂອກາດເສຍຊີວິດຖ້າຕິດ ໂຄວິດ-19
ບໍ່ແມ່ນທຸກຄົນທີ່ຕິດ COVID-19 ແລ້ວຈະເສຍຊີວິດ ມີຂໍ້ມູນທາງການແພດວ່າ ໂຣກນີ້ເປັນແລ້ວເຊົາໄດ້ ມີອັດຕາການເສຍຊີວິດຕໍ່າ ຍົກເວັ້ນຄົນບາງກຸ່ມທີ່ຕ້ອງລະມັດລະວັງເປັນພິເສດ ເພາະຖ້າຕິດເຊື້ອແລ້ວມັກຈະມີອາການຮຸນແຮງ ແລະ ສ່ຽງເສຍຊີວິດເຊັ່ນ: ຜູ້ອາຍຸສູງ, ຜູ້ປ່ວຍ.
ມີຂໍ້ມູນຈາກນັກເຕັກນິກການແພດ ທີ່ໂພສຂໍ້ຄວາມຜ່ານສື່ອອນລາຍວ່າ: “… ຫລາຍຄົນເລີ່ມກັງວົນແລ້ວວ່າ ເຮົາຈະຕາຍບໍ່ ຢ່າຕົກໃຈຂະໜາດນັ້ນ ໂຣກນີ້ມີອັດຕາຕາຍປະມານ 3% ຖືວ່າຕໍ່າກວ່າໂຣກອື່ນໆ ແຕ່ມັນແຜ່ໄວເພາະຄົນທີ່ຕິດເຊື້ອຍັງໄປທ່ຽວໄດ້ຢູ່ ອອກໄປກິນອາຫານຢູ່ນອກເຮືອນ ທ່ອງທ່ຽວຢ່າງສະບາຍໃຈ.
ອັດຕາຕາຍປະມານ 3% ແປວ່າ ຖ້າມີຄົນຕິດເຊື້ອໂຄວິດ 100 ຄົນ ຈະມີຄົນຕາຍປະມານ 3 ຄົນ ແລ້ວທີ່ໜ້າດີໃຈກວ່ານັ້ນຄື ຖ້າເຮົາອາຍຸບໍ່ຮອດ 50 ປີ ໂອກາດທີ່ຈະເສຍຊີວິດຍິ່ງໜ້ອຍໄປອີກ ບໍ່ເຖິງ 1% ແຕ່ກຸ່ມຄົນທີ່ໜ້າເປັນຫ່ວງຄືອາຍຸ 80 ປີຂຶ້ນໄປ ມີອັດຕາຕາຍສູງເຖິງ 15%, ແຕ່ຢ້ອນກັບໄປເບິ່ງຂໍ້ມູນຄົນຕາຍ ປາກົດວ່າມີໂຣກເກົ່າຢູ່ແລ້ວເຊັ່ນ: ຜູ້ປ່ວຍເປັນໂຣກຫົວໃຈ ແລະ ຫລອດເລືອດ, ເບົາຫວານ, ຄວາມດັນເລືອດສູງ, ໂຣກລະບົບທາງເດີນຫາຍໃຈ, ມະເຮັງ ກຸ່ມນີ້ມີໂອກາດເສຍຊີວິດຫລາຍກວ່າຄົນປົກກະຕິຢ່າງໜ້ອຍ 5 ເທົ່າ ສິ່ງທີ່ຕ້ອງປະຕິບັດຄື: ເຮັດໃຫ້ຮ່າງກາຍແຂງແຮງ, ກິນຮ້ອນ ບ່ວງກາງ ລ້າງມື ອອກກຳລັງກາຍ ບໍ່ເອົາມືໄປຈັບຕາ ຈັບດັງ ຈັບປາກ ແລ້ວເຮົາຈະປອດໄພຈາກ “ໂຄວິດ-19”.
ຈາກຂໍ້ມູນເບື້ອງຕົ້ນ ຖ້ານຳມາໄລ່ລຽງຈະພົບວ່າ ບຸກຄົນທີ່ເປັນກຸ່ມສ່ຽງຈະມີອາການປ່ວຍຮຸນແຮງ ຫລື ເສຍຊີວິດຈາກການຕິດໂຣກ “ໂຄວິດ-19” ນັ້ນແບ່ງໄດ້ 3 ກຸ່ມໃຫຍ່ໆຄື:
- ຜູ້ອາຍຸສູງ ເຊັ່ນ: ປູ່ຍ່າຕານາຍທີ່ອາຍຸ 70-80 ປີຂຶ້ນໄປ ມີອັດຕາການເສຍຊີວິດຫລາຍທີ່ສຸດເຖິງ 15% ເພາະຜູ້ເຖົ້າຮ່າງກາຍອ່ອນແອກວ່າໄວໜຸ່ມ.
- ຜູ້ປ່ວຍມີໂຣກປະຈຳຕົວ ເຊັ່ນ: ຄົນທີ່ມີໂຣກປະຈຳຕົວຄືເບົາຫວານ, ຄວາມດັນ, ມະເຮັງ, ກິນຢາກົດພູມຕ້ານທານ ຖ້າບໍ່ສະບາຍ ແລະ ມີອາການເຂົ້າຂ່າຍຕິດໂຣກໂຄວິດ-19 ຄວນຟ້າວໄປພົບແພດທັນທີ.
- ຜູ້ທີ່ມີພູມຄຸ້ມກັນຕໍ່າ ເຊັ່ນ: ຜູ້ທີ່ປ່ວຍເປັນມະເຮັງຕ້ອງຮັບຄີໂມ ເຮັດໃຫ້ຮ່າງກາຍອ່ອນແອກວ່າຄົນທົ່ວໄປ ຫລື ຜູ້ທີ່ປ່ວຍພາວະພູມຄຸ້ມກັນບົກພ່ອງ (ເອດສ໌) ຖ້າກຸ່ມນີ້ຕິດໂຣກໂຄວິດ-19 ອາການຈະຮຸນແຮງກວ່າຄົນທີ່ມີສຸຂະພາບແຂງແຮງ.