ອິຕາລີ ສູນເສຍແພດ 13 ຄົນ ໃນສະໝໍລະພູມຮົບ “ໂຄວິດ-19”
“ອິຕາລີ” ສູນເສຍບຸກຄະລາກອນທາງການແພດແລ້ວ 13 ຄົນ ໃນກຸ່ມນີ້ ເປັນແພດໄວກະສຽນ 5 ຄົນ ຂໍອາສາຮ່ວມສະໝໍລະພູມຕໍ່ສູ້ “ໂຄວິດ-19” ຖືເປັນການສູນເສຍຍິ່ງໃຫຍ່ຂອງປະເທດ.
ທ່າມກາງສະຖານະການການແຜ່ລະບາດໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃນປະເທດອິຕາລີ ທີ່ຮຸນແຮງ ໂດຍມີທີມງານກາແດງຈີນ ເຊິ່ງເດີນທາງມາໃຫ້ການຊ່ວຍເຫລືອ ແລະ ກວດສອບສະຖານະການຢູ່ອິຕາລີ ຢູ່ໃນລະຫວ່າງການລັອກດາວທົ່ວປະເທດ ແຕ່ວ່າຍັງບໍ່ອາດຫລຸດການລະບາດຂອງໄວຣັສດັ່ງກ່າວ.
ເຈົ້າໜ້າທີ່ຈີນບອກວ່າ: ຮູ້ສຶກຊັອກທີ່ເຫັນຊາວເມືອງມິລານຍ່າງໄປມາທົ່ວເມືອງ ໃຊ້ລະບົບຂົນສົ່ງສາທາລະນະ ກິນອາຫານຢູ່ໂຮງແຮມ ແລະ ບໍ່ໃສ່ຜ້າອັດປາກ.
“ຕອນນີ້ ອິຕາລີຕ້ອງຢຸດກິດຈະກຳທາງເສດຖະກິດ ແລະ ການເຄື່ອນຍ້າຍຂອງຄົນທັງໝົດ ທຸກຄົນຄວນຕ້ອງຢູ່ແຕ່ໃນເຮືນ ເພາະເປັນວິທີດຽວທີ່ຈະຢຸດໄວຣັສໄດ້” ໜຶ່ງໃນທີມແພດຈາກກາແດງຈີນກ່າວ.
ເຖິງຢ່າງໃດກໍຕາມ, ຜູ້ບໍລິຫານແຄວ້ນລອມບາດີ ໜຶ່ງໃນພື້ນທີ່ທີ່ມີການລະບາດຂອງໄວຣັສຢ່າງໜັກຢູ່ອິຕາລີ ບອກວ່າ: ຈະກົດດັນໄປຫາລັດຖະບານອິຕາລີໃຫ້ອອກມາດຕະການທີ່ເຂັ້ມງວດກວ່າເກົ່າ.
ປັດຈຸບັນຈີນມີຕົວເລກຜູ້ເສຍຊີວິດ 3.245 ຄົນ ເຊິ່ງໜ້ອຍກວ່າອິຕາລີເຖິງ 160 ຄົນ. ຂະນະທີ່ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຂອງອິຕາລີ ຍັງບໍ່ມີທ່າທີຈະຫລຸດລົງ ໂດຍຈຳນວນຜູ້ຕິດເຊື້ອໃນວັນທີ 19 ມີນາ ເພີ່ມອີກ 5.322 ຄົນ ລວມເປັນ 41.035 ຄົນ ແລະ ມີໂອກາດຈະແຊງຈີນເຊັ່ນກັນ ເຖິງວ່າຕົວເລກຜູ້ຕິດເຊື້ອຂອງຈີນຈະມີ 80.928 ຄົນ ແຕ່ອັດຕາການຕິດເຊື້ອຂອງຈີນຫລຸດລົງຕໍ່າແລ້ວໃນຕອນນີ້.
ມີລາຍງານວ່າ: ບຸກຄະລາກອນທາງການແພດຂອງອິຕາລີ ຕິດເຊື້ອໂຄວິດ-19 ແລ້ວ 6.629 ຄົນ ຫລື 8,3% ຂອງຜູ້ຕິດເຊື້ອພາຍໃນປະເທດ ແລະ ເສຍຊີວິດ 13 ຄົນ ລວມທັງແພດບຳນານ 5 ຄົນຄື: ທ່ານໝໍ ຈູເຊັບເປ້ ລານາຕິ ຜູ້ຊ່ຽວຊານດ້ານລະບົບຫາຍໃຈ ອາຍຸ 73 ປີ ແລະ ທ່ານໝໍ ລຸຍຈິ ຟຣຸຊິອັນເຕ ແພດທົ່ວໄປ ອາຍຸ 71 ປີ ອາສາໄປຊ່ວຍຊຸມຊົນໃນຊ່ວງວິກິດ, ອີກ 3 ຄົນເປັນແພດອາຍຸ 62-66 ປີ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຄວາມປອດໄພຂອງບຸກຄະລາກອນທາງການແພດທີ່ຢູ່ແນວໜ້າ ທີ່ໄດ້ຮັບການປົກປ້ອງບໍ່ພຽງພໍ ແຕ່ຕ້ອງຕິດຕໍ່ໂດຍກົງກັບຜູ້ປ່ວຍ.
ການຕິດເຊື້ອຂອງບຸກຄະລາກອນການແພດ ເຮັດໃຫ້ບໍ່ສາມາດປະຕິບັດໜ້າທີ່ໄດ້ໃນເວລາວຸ້ນວາຍ ແລະ ມາດຕະການປິດປະເທດບໍ່ມີປະສິດທິຜົນ ເມື່ອຕົວເລກຜູ້ເສຍຊີວິດເພີ່ມຂຶ້ນເຖິງ 427 ຄົນ ໃນເວລາ 24 ຊົ່ວໂມງ ເປັນ 3.405 ຄົນ ແຊງໜ້າຈີນ 3.249 ຄົນ, ຜູ້ຕິດເຊື້ອມີຈຳນວນ 41.035 ຄົນ ເກີນເຄິ່ງຂອງຈຳນວນຜູ້ປ່ວຍຢູ່ຈີນທີ່ມີ 80.928 ຄົນ.
ນາຍົກລັດຖະມົນຕີ ຈູເຊັບເປ້ ຄອນເຕ້ ໄດ້ເຕືອນວ່າ: ມາດຕະການປິດປະເທດ ຈະຖືກຂະຫຍາຍຈາກກຳນົດເສັ້ນຕາຍເກົ່າອອກໄປອີກ ລວມທັງຄຳສັ່ງຫ້າມອອກນອກເຄຫາສະຖານ, ປິດຮ້ານຄ້າ, ຍົກເວັ້ນຮ້ານຂາຍຍ່ອຍ ແລະ ຮ້ານຂາຍຢາ, ຫ້າມການຊຸມນຸມໃນບ່ອນສາທາລະນະ ແລະ ປິດໂຮງຮຽນກັບມະຫາວິທະຍາໄລ.
ຈຳນວນຜູ້ເສຍຊີວິດທີ່ເພີ່ມຂຶ້ນ ເຮັດໃຫ້ກອງທັບຕ້ອງລະດົມລົດບັນທຸກທະຫານເຂົ້າໄປຂົນສົບຈາກເມືອງເບີກາໂມ ໄປຊາປະນາກິດຢູ່ນອກເມືອງ ຫລັງສະຖານທີ່ຊາປະນາກິດຂອງເມືອງຜະເຊີນວິກິດສົບລົ້ນ ແລະ ມີສົບຕ້ອງເຜົາມື້ລະ 24 ສົບ ຫລາຍກວ່າປົກກະຕິເຖິງ 2 ເທົ່າ.