ນັກວິທະຍາສາດດ້ານໄວຣັສວິທະຍາເຊື່ອວ່າ: ປີໜ້າບານເຕະລີກເອີຣົບຈະກັບມາແຂ່ງຂັນໄດ້
March 21, 2020 - 11:32 AM

ໂຍນາສະມິດ-ຊະນາສິດ ນັກວິທະຍາສາດໄວຣັສວິທະຍາຊາວເຢຍລະມັນ ເປີດເຜີຍວ່າ: ເປັນໄປບໍ່ໄດ້ເລີຍທີ່ບານເຕະລີກທະວີບເອີຣົບຈະກັບມາແຂ່ງຂັນກັນໄດ້ພາຍໃນປີນີ້, ເຊື່ອວ່າ: ໄວທີ່ສຸດກໍຄືໃນປີ 2021,ລີກບານເຕະເອີຣົບຖືກເລື່ອນການແຂ່ງຂັນອອກໄປ ຕາມມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ລວມທັງບານເຕະຢູໂຣ 2020 ກໍໄດ້ເລື່ອນການແຂ່ງຂັນອອກໄປປີໜ້າແລ້ວ ໂດຍມີການເຈລະຈາແຕ່ລະຝ່າຍວ່າ: ລີກບານເຕະເອີຣົບຈະກັບມາເເຂ່ງຂັນກັນໄດ້ອີກໃນເດືອນ ເມສາ ຫຼື ມິຖຸນາ ເພື່ອໃຫ້ລະດູການ 2019/20 ສໍາເລັດລົງ.

ແຕ່ ໂຍນາສະມິດ-ຊະນາສິດ ນັກວິທະຍາສາດໄວຣັສວິທະຍາຊາວ ເຢລະມັນ ໄດ້ສຶກສາ ແລະ ວິໄຈເຊື້ອໄວຣັສມາແລ້ວ ຫຼາຍຊະນິດທີ່ສະຖາບັນ ເບີຮາດນອສ ໃນເມືອງຮຳບວກ ເຊື່ອວ່າ: ເປັນໄປບໍ່ໄດ້ທີ່ບານເຕະລີກເອີຣົບຈະກັບມາແຂ່ງຂັນໄດ້ພາຍໃນປີນີ້.