ນັກກີລາບານບ້ວງ NBA ຕິດເຊື້ອໄວຣັສໂຄວິດ-19 ເພີ່ມຂື້ນ 7 ຄົນ

ມາຄັສ ສະມາດ ເຈົ້າໜ້າທີ່ຂອງທີມ ບອສຕັນ ເຊວຕິກ ເປີດເຜີຍຜ່ານສື່ສັງຄົມອອນລາຍຢ່າງເປັນທາງການວ່າ: ກວດພົບນັກກີລາບານບ້ວງ NBA ຕິດເຊື້ອໄວຣັສໂຄວິດ-19, ແຕ່ຍັງແຂງແຮງດີ ແລະ ບໍ່ມີອາການປ່ວຍໃດໆ ພ້ອມຂໍຄວາມຮ່ວມມືທຸກຄົນຢ່າງຊຸມນຸມ,ຢ່າໃກ້ຊິດກັນ ຖ້າທຸກຄົນພ້ອມໃຈກັນກໍ່ຈະເອົາຊະນະໄວຣັສດັ່ງກ່າວໄດ້ຢ່າງແນ່ນອນ.
ຂະນະທີທີມໃຫຍ່ຄື ເເອວເອ ເລເກີ ກໍ່ເປີດເຜີຍວ່າ ມີນັກກີລາຂອງຕົນຕິດເຊື້ອໄວຣັສໂຄວິດ-19 2 ຄົນແຕ່ບໍ່ໄດ້ມີການເປີດເຜີຍຊື່,ເຊີ່ງວ່າ 2 ຄົນດັ່ງກ່າວນັ້ນຍັງບໍ່ມີອາການປ່ວຍໃດໆ ແລະ ຢູ່ໃນລະຫວ່າງການກັກຕົວ,ຮັກສາ ພາຍໃຕ້ການເບີ່ງແຍງຂອງເເພດຢ່າງໃກ້ຊິດ.

ເຊັ່ນດຽວກັບອີກ 2 ສະໂມສອນທີ່ກວດພົບວ່າມີນັກກີລາຂອງຕົນຕິດເຊື້ອໄວຣັສ ໄດ້ແກ່ ຟີລາເດເຟຍ ເຊເວັ້ນຕີຊິກເຊີ ມີນັກກີລາຕິດເຊື້ອ 3 ຄົນ ແລະ ເດນເວີ ນັກເກັດ ກໍ່ມີນັກກີລາຕິດເຊື້ອໄວຣັສດັ່ງກ່າວ 1 ຄົນ.
ກ່ອນໜ້ານັ້ນ ຢູທ່າ ເເຈສ ຄືສະໂມສອນທຳອິດໃນ NBA ທີ່ມີນັກກີລາຂອງຕົນຕິດເຊື້ອໄວຣັສໂຄວິດ-19 3 ຄົນ ໄດ້ແກ່ ຣູດີ້ ໂກແບ,ໂດໂນແວນ ມິດເຊວ ແລະ ເອັມມານູເອວ ມູດິເຍ, ຫຼັງຈາກນັ້ນ ທີມ ບລູ໊ກລິນ ເນັດ ມີນັກກີລາກວດພົບວ່າຕິດເຊື້ອໄວຣັສອີກ 4 ຄົນ ເຮັດໃຫ້ຂະນະນີ້ມີນັກກີລາບານບ້ວງ NBA ຕິດເຊື້ອໄວຣັສໄປແລ້ວ 14 ຄົນ.
