ໄທພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 89 ຄົນ ຍອດທະລຸ 411 ຄົນແລ້ວ
March 21, 2020 - 12:40 PM
ໃນວັນທີ 21 ມີນານີ້, ກະຊວງສາທາລະນະສຸກ ຖະແຫລງສະຖານະການໄວຣັສໂຄວິດ-19 ວ່າ: ພົບຜູ້ຕິດເຊື້ອຄົນໃໝ່ 89 ຄົນ ລວມເປັນ 411 ຄົນແລ້ວ, ໃນນັ້ນ ແບ່ງເປັນ 2 ກຸ່ມຄື: ສະໜາມມວຍ 32 ຄົນ ພົບຢູ່ໃນນະຄອນຫລວງບາງກອກ, ສະມຸດປະການ, ນົນທະບູລີ, ການຈະນະບູລີ, ອຸບົນຣາດຊະທານີ, ສຸຣາດທານີ, ສຸຣິນ, ກະບີ, ສຸພັນບູລີ. ສ່ວນກຸ່ມສະຖານທີ່ບັນເທີງ 2 ຄົນ ແມ່ນມາຈາກສະຖານທີ່ບັນເທີງເຂດເອກກະໄມ, ສຸຂຸມວິດ ແລະ ໄດ້ເດີນທາງໄປຈັງຫວັດຊຽງຮາຍ, ເຂົ້າຮ່ວມພິທີທາງສາສະໜາຢູ່ປະເທດມາເລເຊຍ 6 ຄົນ, 11 ຄົນ ມີປະຫວັດພົວພັນໃກ້ຊິດກັບຜູ້ຕິດເຊື້ອ, ສ່ວນກຸ່ມຜູ້ຕິດເຊື້ອ 38 ຄົນ ເປັນກຸ່ມຄົນທີ່ເດີນທາງມາຈາກຕ່າງປະເທດ, 6 ຄົນ ເປັນຊາວຕ່າງປະເທດ ແລະ ໄດ້ໄປທ່ຽວສະຖານທີ່ບັນເທີງຢູ່ປອຍເປດ. ນອກນີ້, ຍັງພົບຜູ້ທີ່ໄປສະຖານທີ່ແອອັດ, ຜູ້ເຮັດວຽກດ້ານການບໍລິການ, ພະນັກງານຂັບລົດ, ພະນັກງານເສີບ, ພະນັກງານຂາຍ ແລະ ຜູ້ທີ່ຍັງລໍຜົນກວດຢືນຢັນອີກ 20 ຄົນ.