ສິງກະໂປ ມີຜູ້ເສຍຊີວິດຄົນທຳອິດ ຈາກ ໂຄວິດ -19
March 21, 2020 - 1:26 PM
ກະຊວງສາທາລະນະສຸກຂອງ ສິງກະໂປ ຖະແຫລງວ່າ ພົບຜູ້ເສຍຊີວິດຈາກການຕິດເຊື້ອ ໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຈຳນວນ 2 ຄົນ, ໃນວັນເສົາທີ 21 ມີນາ ເຊິ່ງເຮັດໃຫ້ສິງກະໂປມີຜູ້ເສຍຊີວິດຄົນທຳອິດຈາກໄວຣັສດັງກ່າວ.
ໃນລາຍງານລະບຸວ່າ ຜູ້ປ່ວຍທີ່ເສຍຊີວິດເປັນຜູ້ຍິງຊາວ ສິງກະໂປ ອາຍຸ 75 ປີ ແລະ ຜູ້ຊາຍອິນໂດເນເຊຍ ອາຍຸ 64 ປີ.
ສິງກະໂປໄດ້ຮັບການຍ້ອງຍໍໃນເລື່ອງແກ້ໄຂ ແລະ ຮັບມືກັບການແຜ່ລະບາດຂອງໂຄວິດ-19 ໄດ້ດີ ໃນວັນທີ 21 ມີນາ. ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ໃນສິງກະໂປ ຈຳນວນ 385 ຄົນ./.
