ນາຍົກອັງກິດ “ແຈກເງິນ 2.500 ປອນໃຫ້ພະນັກງານທີ່ຖືກພັກວຽກ” ໄລຍະປິດປະເທດ
ສຳນັກຂ່າວ ບີບີຊີ ລາຍງານວ່າ: ນາຍົກລັດຖະມົນຕີ ຈອນສັນ ຂອງອັງກິດ ໄດ້ປະກາດຈະຈ່າຍເງິນໃຫ້ພະນັກງານທີ່ຖືກພັກວຽກ ໃນອັດຕາສ່ວນ 80% ຂອງເງິນເດືອນທີ່ເຄີຍໄດ້ ຫລື ວົງເງິນບໍ່ເກີນ 2.500 ປອນ ເປັນເວລາ 3 ເດືອນ ເຊິ່ງເປັນຜົນກະທົບຈາກ ການປິດປະເທດ ນັບແຕ່ວັນທີ 20 ມີນານີ້ ເພື່ອສະກັດການແຜ່ລະບາດຂອງໄວຣັສໂຄໂຣນາ ສາຍພັນໃໝ່ (ໂຄວິດ-19).
ມາດຕະການດັ່ງກ່າວ ມີຂຶ້ນເພື່ອເປັນການຫລຸດຜ່ອນຄວາມທຸກຍາກຂອງ ຄົນນັບແສນທີ່ບໍ່ມີວຽກ ຈາກຜົນຕາມມາຂອງໂຣກລະບາດນີ້ດັ່ງທຸລະກິດ ໂຮງແຮມ, ສະຖາບັນເທີງ, ຮ້ານອາຫານ, ໄນຄລັບ, ໂຮງລະຄອນ, ໂຮງສາຍຮູບເງົາ, ບ່ອນອອກກຳລັງກາຍ ແລະ ສູນບໍລິການອື່ນໆ ໂດຍລັດຖະບານຈະທົບທວນຄວາມເໝາະສົມທຸກເດືອນ.

“ພວກເຮົາເຮັດຕາມຄຳແນະນຳທີ່ໃຫ້ໄວ້ໄດ້ຫລາຍເທົ່າໃດ ປະເທດກໍຈະຜ່ານວິກິດທາງເສດຖະກິດ ແລະ ການແພດໄປໄດ້ໄວ” ນາຍົກລັດຖະ ມົນຕີຈອນສັນກ່າວ.
ມີລາຍງານສະຖານະການແຜ່ລະບາດໂຄວິດ-19 ຂອງອັງກິດ ວັນທີ 20 ມີນາ ມີຜູ້ຕິດເຊື້ອ ຈຳນວນ 3.983 ຄົນ, ເສຍຊີວິດ 177 ຄົນ.