ສປປ ເກົາຫລີ ຍິງລູກສອນໄຟໄລຍະໃກ້ 2 ລູກ ເຂົ້າສູ່ທະເລຕາເວັນອອກຂອງຍີ່ປຸ່ນເຊົ້ານີ້
March 21, 2020 - 1:59 PM
ສຳນັກຂ່າວຢອນຮັບລາຍງານການເປີດເຜີຍຂອງຫົວໜ້າເສນາທິການຮ່ວມຂອງ ສ.ເກົາຫລີ ວ່າ: ສປປ ເກົາຫລີ ໄດ້ມີການຍິງລູກສອນໄຟຂ້າມທະວີບໄລຍະໃກ້ 2 ລູກຈາກແຂວງພາຍອງອັນເໜືອໄປທາງທະເລຕາເວັນອອກ ຫລື ທະເລຍີ່ປຸ່ນໃນວັນທີ 21 ມີນານີ້, ເຊິ່ງຖືເປັນການຍິງລູກສອນໄຟເປັນຄັ້ງທີ 3 ໃນເດືອນນີ້, ຫລັງຈາກ ສປປ ເກົາຫລີ ທົດລອງຍິງລູກສອນໄຟດັ່ງກ່າວໄປທະເລຕາເວັນອອກໃນວັນທີ 2 ແລະ 9 ມີນາຜ່ານມາ.