ໂກລົມບີ ຈະກັກປະເທດ 19 ມື້
March 21, 2020 - 2:31 PM
ຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ອີວານ ດູເກ້ ແຫ່ງໂກລົມບີ ປະກາດຈະກັກປະເທດເປັນເວລາ 19 ມື້ ເຊິ່ງເລີ່ມແຕ່ວັນທີ 24 ມີນານີ້ ແລະ ຖືເປັນມາດຕະການຮຸນແຮງທີ່ສຸດໃນອາເມລິກາໃຕ້ ເພື່ອສະກັດກັ້ນການຕິດເຊື້ອໄວຣັສໂຄວິດ-19 ທີ່ລະບາດຢ່າງໄວວາ.
ປະທານາທິບໍດີ ກ່າວວ່າ: ມາດຕະການນີ້ຈະຈຳກັດການອອກນອກເຮືອນຂອງປະຊາຊົນຢ່າງເຂັ້ມງວດ ເພາະມີຄວາມຈຳເປັນຫລາຍໃນການສະກັດກັ້ນເຊື້ອຍາດພະດັ່ງກ່າວໃນຫລາຍອາທິດຕໍ່ໜ້າຈະເປັນໂອກາດໃຫ້ທຸກຄົນໄດ້ຊ່ວຍກັນກຳຈັດໄວຣັສ ໂດຍມາດຕະການລະດັບປະເທດນີ້ຈະບໍ່ລຶບລ້າງມາດຕະການຂອງທ້ອງຖິ່ນທີ່ບັງຄັບໃຊ້ຢູ່ແລ້ວ.
ໂຄສົກລັດຖະບານ ເປີດເຜີຍວ່າ: ຈະຖະແຫລງລາຍລະອຽດກ່ຽວກັບການກັກປະເທດກ່ອນວັນທີ 23 ມີນານີ້, ຂະນະທີ່ແຫລ່ງຂ່າວເປີດເຜີຍວ່າ: ການຫ້າມອອກນອກເຮືອນຈະຍົກເວັ້ນສະເພາະເຈົ້າໜ້າທີ່ທາງການແພດ, ເຈົ້າໜ້າທີ່ຄວາມໝັ້ນຄົງ, ພະນັກງານຮ້ານຂາຍຢາ ແລະ ຮ້ານຂາຍເຄື່ອງຍ່ອຍ.