ຊົມເຊີຍວັນສ້າງຕັ້ງພັກຄົບຮອບ 65 ປີຢ່າງສຸດໃຈ
ໂດຍ: ທິດກໍ່າ
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ມາຮອດປີ 2020 ນີ້, ພັກເຮົາມີອາຍຸໄດ້ 65 ປີເຕັມ. ຕະຫລອດໄລຍະ 65 ປີແຫ່ງການນຳພາຕໍ່ສູ້ປະຕິວັດ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ໄພສານມາໃຫ້ປະເທດຊາດ ແລະ ປະຊາຊົນ. ໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານນັ້ນ, ພັກເຮົາໄດ້ນຳພາປວງຊົນລາວທັງຊາດເຮັດການຕໍ່ສູ້ປະຕິວັດເພື່ອປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງຈັກກະພັດຜູ້ຮຸກຮານຈົນມາຮອດປີ 1975 ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ. ໃນໄລຍະນຳພາຕໍ່ສູ້ເຮັດການປະຕິວັດເພື່ອປົດປ່ອຍປະເທດຊາດຢູ່ນັ້ນ, ພັກເຮົາໄດ້ເຮັດທຸກສິ່ງທຸກຢ່າງເພື່ອກາຍເປັນແກນກາງ ແລະ ເສົາຄ້ຳຢ່າງແໜ້ນແກ່ນຂອງການປະຕິວັດ. ການວາງຍຸດທະສາດແຫ່ງການຕໍ່ສູ້ປົດປ່ອຍຊາດແຕ່ລະໄລຍະນັ້ນໄດ້ກາຍເປັນເປົ້າໝາຍພາລະກຳປະຫວັດສາດຂອງພັກເພື່ອນຳພາປວງຊົນລາວທັງຊາດເຂົ້າຮ່ວມການປະຕິວັດ ແລະ ໝາກຜົນທີ່ຍາດມາໃນຕະຫລອດໄລຍະແຫ່ງການຕໍ່ສູ້ນັ້ນ ຄືໄຊຊະນະອັນຍິ່ງໃຫຍ່ຂອງຊາດລາວ, ຄົນລາວ ກໍຄືຂອງພັກຕະຫລອດ 65 ປີຜ່ານມາ. ໄຊຊະນະອັນໃຫຍ່ຫລວງຂອງຊາດ ແລະ ຂອງພັກທີ່ບໍ່ເຄີຍມີມາໃນຍຸກປະຫວັດສາດແຫ່ງການຕໍ່ສູ້ປະຕິວັດນັ້ນ ຄືການປະກາດລຶບລ້າງລະບອບສັກດີນາທີ່ຫລ້າຫລັງ ແລ້ວສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນແທນ ແລ້ວຕັ້ງຊື່ປະເທດໃໝ່ຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອັນເປັນບາດລ້ຽວປະຫວັດສາດ ແລະ ໝາກຜົນແຫ່ງໄຊຊະນະອັນຍິ່ງໃຫຍ່ຂອງຊາດ ແລະ ຂອງພັກທີ່ບໍ່ເຄີຍມີມາໃນຍຸກປະຫວັດສາດໃນຫລາຍຮ້ອຍປີຜ່ານມາ.
ຕະຫລອດ 45 ປີແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ວາງແນວທາງແຕ່ລະໄລຍະໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງຍຸກສະໄໝ ໂດຍເລີ່ມຕົ້ນຈາກການປົກປັກຮັກສາປະເທດຊາດ, ຮັກສາໝາກຜົນຂອງການປະຕິວັດ ໄປຄຽງຄູ່ກັບການຮຳບາດແຜສົງຄາມທີ່ແກ່ຍາວມາເປັນເວລາ 30 ກວ່າປີ. ຈາກນັ້ນກໍໄດ້ວາງແນວທາງຫັນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດໄປສູ່ເສດຖະກິດສິນຄ້າ ໂດຍຜ່ານການນຳໃຊ້ຮູບການທຶນນິຍົມແຫ່ງລັດຈົນກ້າວໄປເຖິງການປ່ຽນແປງໃໝ່ກ່ຽວກັບນະໂຍບາຍເສດຖະກິດຕາມກົນໄກຕະຫລາດ, ເປີດກວ້າງການພົວພັນເສດຖະກິດກັບຕ່າງປະເທດ. ບົນພື້ນຖານການວາງແນວທາງດັ່ງກ່າວໄດ້ກະຕຸກຊຸກຍູ້ໃຫ້ການສ້າງສາພັດທະນາປະເທດຊາດຂອງພວກເຮົາຈະເລີນຮຸ່ງເຮືອງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ.
ປັດຈຸບັນ ອີງໃສ່ການວາງແນວທາງທີ່ຖືກຕ້ອງສອດຄ່ອງກັບຍຸກສະໄໝໄດ້ເຮັດໃຫ້ເສດຖະກິດຂອງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລະບົບການເມືອງນັບມື້ມີສະຖຽນລະພາບ, ສັງຄົມວັດທະນະທຳນັບມື້ມີການປັບປຸງ ແລະ ກໍ່ສ້າງໃຫ້ຈະເລີນສີວິໄລດ້ວຍຄຸນຄ່າອະລິຍະທຳ ແລະ ເປັນເອກະລັກສະເພາະຂອງປະເທດ. ຈາກສິ່ງດັ່ງກ່າວ ໄດ້ເຮັດໃຫ້ຖານະບົດບາດຂອງປະເທດເຮົານັບມື້ສູງສົ່ງໃນເວທີສາກົນ ແລະ ພາກພື້ນ. ປັດຈຸບັນ ລາວເຮົາມີສາຍພົວພັນການທູດເຖິງ 140 ກວ່າປະເທດໃນໂລກ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໝັ້ນຄົງໜັກແໜ້ນ. ຈາກບາດກ້າວການຂະຫຍາຍຕົວຢ່າງຮອບດ້ານໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເທື່ອລະກ້າວ. ນອກຈາກນັ້ນ ບັນດາພື້ນຖານໂຄງລ່າງຖະໜົນຫົນທາງ, ສຳນັກງານອົງການ, ຕຶກອາຄານຫ້າງຮ້ານ, ໂຮງຮຽນ, ໂຮງໝໍ, ເຮືອນຊານບ້ານຊ່ອງ, ວັດວາອາຮາມ, ສິ່ງສາທາລະນະຕ່າງໆ ນັບແຕ່ຕົວເມືອງຮອດຊົນນະບົດກໍນັບມື້ໄດ້ຮັບການບູລະນະສ້າງສາພັດທະນາໃຫ້ຈະເລີນຮຸ່ງເຮືອງ ແລະ ຂະຫຍາຍຕົວໄປຕາມຍຸກສະໄໝແຕ່ລະໄລຍະຢ່າງເປັນລະບົບຄົບຊຸດ. ທຸກສິ່ງທຸກຢ່າງທີ່ໄດ້ກ່າວມານີ້ ແມ່ນຍ້ອນການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວນັບແຕ່ມື້ກຳເນີດມາຮອດປັດຈຸບັນ.
ເພາະສະນັ້ນ ຈຶ່ງເວົ້າໄດ້ວ່າ: ພັກເຮົາສຸດທີ່ມີບຸນຄຸນ ແລະ ຄຸນງາມຄວາມດີກັບປະເທດຊາດບ້ານເມືອງຢ່າງລົ້ນພົ້ນ. ບັນດາຜົນງານ ກໍຄືພາລະກຳປະຫວັດສາດທີ່ພັກປະຊາຊົນປະຕິວັດລາວໄດ້ສ້າງໄວ້ນັ້ນຕົກນ້ຳນໍ່ໄຫລ, ຕົກໄຟບໍ່ໄໝ້, ປະຊາຊົນບັນດາເຜົ່າໃນທົ່ວປະເທດຍັງຈາລຶກບຸນຄຸນນັບແຕ່ຕົ້ນເຖິງປາຍ. ໂອກາດວັນສ້າງຕັ້ງພັກ 22 ມີນາ ຄົບຮອບ 65 ປີ ຂໍໃຫ້ພາລະກິດການນຳພາຂອງພັກຈົ່ງປະສົບຜົນສຳເລັດຈາກຍຸກນີ້ສູ່ຍຸກໃໝ່ຕໍ່ໆໄປຈົນຊົ່ວນິລັນ. ພັກປະຊາຊົນປະຕິວັດລາວຜູ້ມີກຽດສະຫງ່າຈົ່ງໝັ້ນຍືນ ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຢ່າງສຸດອົກສຸດໃຈ ! 22 ມີນາ ໝັ້ນຍືນ !