ອົດສະຕຣາລີ ຍົກລະດັບສູ້ໂຄວິດ-19 ສັ່ງປິດຮ້ານຄ້າ ແລະ ບໍລິການທີ່ບໍ່ຈຳເປັນທົ່ວປະເທດ
ສຳນັກຂ່າວ ບີບີຊີ ລາຍງານວ່າ: ລັດຖະບານອົດສະຕຣາລີ ອອກຄຳສັ່ງສັ່ງປິດຮ້ານຄ້າ ແລະ ບໍລິການທີ່ບໍ່ມີຄວາມຈຳເປັນທົ່ວປະເທດ ລວມທັງຮ້ານບັນເທີງ, ສູນອອກກຳລັງກາຍ, ໂຮງຮູບເງົາ ແລະ ສະຖານທີ່ສັກກາລະບູຊານັບແຕ່ຕອນບ່າຍວັນທີ 23 ມີນານີ້ເປັນຕົ້ນໄປ ເພື່ອຄວບຄຸມການແຜ່ລະບາດຂອງໄວຣັສໂຄວິດ-19 ໃນປະເທດ. ນາຍົກລັດຖະມົນຕີ ສະກັອດ ມໍຣິສັນ ປະກາດມາດຕະການດັ່ງກ່າວຫລັງກອງປະຊຸມຄະນະລັດຖະບານ ໂດຍຮ້ານອາຫານ ແລະ ຄາເຟ່ຕ່າງໆຈະບໍ່ປິດ ແຕ່ຕ້ອງໃຫ້ບໍລິການສະເພາະສັ່ງອາຫານກັບບ້ານເທົ່ານັ້ນ, ຂະນະທີ່ຮ້ານສະດວກຊື້, ປ້ຳນ້ຳມັນ, ຮ້ານຂາຍຢາ ແລະ ບໍລິການຂົນສົ່ງຮອດບ້ານຍັງເຮັດວຽກເປັນປົກກະຕິ.
ທ່ານລັດຖະມົນຕີກ່າວວ່າ: ຕ້ອງໃຫ້ໂຮງຮຽນເປີດການຮຽນ-ການສອນຕາມປົກກະຕິ, ແຕ່ຜູ້ປົກຄອງກໍສາມາດໃຫ້ລູກຫລານຢູ່ເຮືອນໄດ້ຖ້າຕ້ອງການ. ຂະນະທີ່ທາງການຂອງບາງລັດເຊັ່ນ: ລັດວິກຕໍເຣຍ ສົ່ງສັນຍານມາກ່ອນໜ້ານີ້ວ່າ ເຂົາເຈົ້າຕ້ອງການໃຫ້ປິດໂຮງຮຽນເພື່ອຄວບຄຸມການລະບາດ.
ທັງນີ້, ມາດຕະການຫລ້າສຸດຂອງອົດສະຕຣາລີເກີດຂຶ້ນ ພາຍຫລັງມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງຈົນຫລາຍກວ່າ 1.353 ຄົນແລ້ວ ແລະ ຫລາຍທີ່ສຸດຢູ່ລັດນິວເຊົາເວດ ມີຜູ້ຕິດເຊື້ອເຖິງ 533 ຄົນ, ຕໍ່ມາແມ່ນລັດວິກຕໍເຣຍ 296 ຄົນ ແລະ ລັດຄຣິນແລນ 259 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 7 ຄົນ ໃນທົ່ວປະເທດ.