ດີບາລ່າ ນັກເຕະຊູບເປີີ້ສະຕາຕິດ ເຊື້ອໄວຣັສໂຄວິດ-19 ຄົນທີ່ 3 ຂອງຢູເວນຕຸສ
March 23, 2020 - 10:07 AM

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ເປົາໂລ ດິບາລ່າ ດາວຍິງຊູບເປີ້ສະຕາຂອງທີມຢູເວນຕຸສ ຍັກໃຫຍ່ແຫ່ງ ເຊເລອາ ອີຕາລີ ໄດ້ຕິດເຊື້ອໄວຣັສໂຄວິດ-19 ແລະ ດິບາລ່າ ເອງກໍ່ອອກມາໂພສຜ່ານທະວິດເຕີ້ສ່ວນຕົວວ່າ ຕົນ ແລະ ແຟນສາວ ຕິດເຊື້ອໄວຣັສດັ່ງກ່າວແທ້.

ສຳຫຼັບ ດິບາລ່າ ແລະ ແຟນສາວ ໃນຂະນະນີ້ບໍ່ມີອາການຮຸນແຮງແຕ່ຢ່າງໃດ,ພ້ອມໄດ້ກັກຕົວ,ຮັກສາຈາກທີມແພດຢ່າງໃກ້ຊິດ. ດິບາລ່າ ຄືນັກເຕະຄົນດັງຂອງທີມຢູເວນຕຸສ ແລະ ທີມຊາດອາກຊັງຕິນ ເຊີ່ງກາຍເປັນນັກເຕະຄົນທີ່ 3 ຂອງສະໂມສອນຢູເວນຕຸສ ທີ່ຕິດເຊື້ອໄວຣັສດັ່ງກ່າວຕໍ່ຈາກຄົນທໍາອິດຄື ດານິເອເລ ຣູການີ, ແບ ມາຕຸຍດີ ແລະ ຫຼ້າສຸດກໍ່ຄື ດິບາລ່າ.
