ນັກເຕະໃຈບຸນ ເລວານດອຟສະກີ້ ຮ່ວມກັບ ພັນລະຍາ ບໍລິຈາກເງິນກ້ອນໃຫຍ່ຊ່ວຍຕອບໂຕ້ກັບ ໂຄວິດ-19 ອີກແຮງ
March 23, 2020 - 11:15 AM

ໂຣເບີດ ເລວານດອຟສະກີ້ ນັກເຕະຊາວໂປໂລຍ ແລະ ສະໂມສອນ ບາເຢິນ ມິວນິກ ທີມຍັກໃຫຍ່ແຫ່ງ ບຸນເດດລີກາເຢຍລະມັນ ຮ່ວມກັບ ແອນນາ ພັນລະຍາ ໄດ້ບໍລິຈາກເງິນຈໍານວນ 1 ລ້ານເອີໂຣ ເພື່ອຊ່ວຍຊາວໂລກຕໍ່ສູ້ກັບເຊື້ອໄວຣັສ ໂຄວິດ-19.

ເລວານ ດອຟສະກີ້ ກ່າວວ່າ: ພວກເຮົາທຸກຄົນຕ່າງກໍປະສົບກັບໄພອັນຕະລາຍຂອງເຊື້ອໄວຣັສດັ່ງກ່າວ, ມື້ນີ້ພວກເຮົາທຸກຄົນຢູ່ໃນທີມດຽວກັນ ສູ້ໄປດ້ວຍກັນຢ່າງເຂັ້ມແຂງ, ຖ້າພວກເຮົາສາມາດຊ່ວຍໃຜຈັກຄົນໄດ້ ກໍຈະເຮັດໃຫ້ສະຖານະການຕອນນີ້ມັນບໍ່ສົ່ງຜົນກະທົບຕໍ່ພວກເຮົາທຸກຄົນ, ພວກເຮົາຈຶ່ງຂໍຮ້ອງໃຫ້ທຸກຄົນເຮັດຕາມ ແລະ ເຊື່ອຟັງບຸກຄົນທີ່ຮູ້ເລື່ອງນີ້ດີທີ່ສຸດ ຈົ່ງຮັບຜິດຊອບ.

ນອກຈາກນີ້ ບາເຢິນ ມິວນິກ ຍັງຈັດຕັ້ງກອງທຶນ (ວີຄິກ ໂຄໂຣນາ) ເພື່ອຊ່ວຍກັນຕໍ່ສູ້ກັບເຊື້ອໄວຣັສດັ່ງກ່າວ ພ້ອມກັບນັກເຕະໃນທີມຮ່ວມກັນບໍລິຈາກຜູ້ລະ 500.000 ເອີໂຣ ອີກດ້ວຍ.
