ປັດໄຈຫຍັງທີ່ເຮັດໃຫ້ໝໍອິຕາລີຕ້ອງເລືອກວ່າ ຈະປິ່ນປົວຄົນໃດ ຫລື ປ່ອຍໃຫ້ຕາຍ
ຈາກຈຳນວນຜູ້ຕິດເຊື້ອຢູ່ອິຕາລີທີ່ເພີ່ມຂຶ້ນວັນລະຫລາຍຮ້ອຍຄົນ ແພດບອກວ່າ: ພວກເຂົາຕ້ອງຕັດສິນໃຈຢ່າງຍາກລຳບາກວ່າຈະປິ່ນປົວຄົນໄຂ້ຄົນໃດ ແລະ ປ່ອຍໃຫ້ຄົນໃດເສຍຊີວິດໄປ ເປັນສະຖານະການທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນໄລຍະທີ່ໂລກໄຮ້ສົງຄາມນີ້.
“ຖ້າຄົນໄຂ້ອາຍຸລະຫວ່າງ 80 ເຖິງ 95 ປີ ແລະ ມີອາການຫາຍໃຈລຳບາກ ມີທ່າອ່ຽງວ່າແພດຈະບໍ່ປິ່ນປົວຕໍ່” ດຣ. ຄຣິສຕຽນ ຊາລາໂຣລິ ຫົວໜ້າຝ່າຍສຸກເສີນ ຢູ່ໂຮງໝໍໃນເມືອງແບຣ໌ກາໂມຂອງອິຕາລີ ໃຫ້ສຳພາດຕໍ່ໜັງສືພິມ Corriere della Sera).
“ນີ້ເປັນຄຳເວົ້າທີ່ຟັງແລ້ວບໍ່ຄ່ອຍດີ ແຕ່ມັນເປັນຄວາມຈິງ ພວກເຮົາຢູ່ໃນສະຖານະການທີ່ຈະໄປນັ່ງລໍຖ້າປະຕິຫານໄດ້”
ການຕັດສິນໃຈອັນຍາກລຳບາກ
ວິກິດໄວຣັສໂຄໂຣນາຢູ່ອິຕາລີຮ້າຍແຮງທີ່ສຸດຮອງຈາກຈີນ ໂດຍມີຜູ້ເສຍຊີວິດ 4.800 ກວ່າຄົນ ແລະ ມີຜູ້ຕິດເຊື້ອ 53.000 ກວ່າຄົນແລ້ວ (ຂໍ້ມູນວັນທີ 21 ມີນາ) ຂໍ້ມູນຈາກສະຫະປະຊາຊາດລະບຸວ່າ: ອິຕາລີມີປະຊາກອນອາຍຸສູງຫລາຍທີ່ສຸດຮອງຈາກຈີນ ເຊິ່ງໝາຍຄວາມວ່າ: ມີຄວາມສ່ຽງອາການໜັກຖ້າຕິດເຊື້ອ.

ສະມາຄົມວິສັນນີວິທະຍາ, ການລະງັບປວດ, ການກູ້ຊີບ ແລະ ການເບິ່ງແຍງຜູ້ປ່ວຍວິກິດແຫ່ງປະເທດອິຕາລີ ເຜີຍແຜ່ຄຳແນະນຳໃຫ້ແພດໃຫ້ຄວາມສຳຄັນຕໍ່ຄົນໄຂ້ທີ່ມີທ່າອ່ຽງວ່າຈະຟື້ນຕົວໄດ້ຫລາຍກວ່າຈະຍຶດຕາມລະບົບຄິວ ມາກ່ອນໄດ້ກ່ອນ.
ສະມາຄົມດັ່ງກ່າວ ອະທິບາຍວ່າ: ນີ້ບໍ່ແມ່ນການບອກໃຫ້ແພດປິ່ນປົວສະເພາະບາງຄົນ ແລະ ຈຳກັດການປິ່ນປົວສຳລັບຄົນໄຂ້ຄົນອື່ນ, ແຕ່ “ເປັນສະຖານະການສຸກເສີນທີ່ບັງຄັບໃຫ້ແພດມຸ້ງຄວາມສົນໃຈໃຫ້ການປິ່ນປົວທີ່ເໝາະສົມກັບຄົນທີ່ຈະໄດ້ຮັບປະໂຫຍດທີ່ສຸດ”.
ອິຕາລີມີຕຽງສຳລັບເບິ່ງແຍງຜູ້ປ່ວຍຂັ້ນວິກິດປະມານ 5.200 ຕຽງ, ແຕ່ໃນໄລຍະໜ້າໜາວ ມີຄົນໄຂ້ທີ່ມີບັນຫາທາງເດີນຫາຍໃຈໃຊ້ຕຽງຢູ່ແລ້ວຈຳນວນຫລາຍ.
ແຄວ້ນລອມບາຣ໌ດີ ແລະ ເວເນໂຕທາງຕອນເໜືອຂອງອິຕາລີມີຕຽງລັກສະນະນີ້ຢູ່ໂຮງໝໍລັດ ແລະ ເອກະຊົນລວມກັນພຽງ 1.800 ຕຽງ ແລະ ທາງການຂອງທັງສອງແຄວ້ນບອກວ່າ: ຕຽງພິເສດນີ້ກຳລັງຈະໝົດແລ້ວ.
ລັດຖະບານກຳລັງເລັ່ງຈັດຕັ້ງຕຽງໄອຊີຢູຫລາຍຮ້ອຍຕຽງຊົ່ວຄາວຢູ່ສູນ Fiera Milano ແຕ່ຍັງບໍ່ມີເຄື່ອງຊ່ວຍຫາຍໃຈ ແລະ ພະຍາບານພຽງພໍ.

ດຣ. ສະເຕຟາໂນ ແມກໂນເນ ເຊິ່ງເຮັດວຽກຢູ່ໂຮງໝໍໃນແຄວ້ນລອມບາຣ໌ດີ ກ່າວຕໍ່ BBC ວ່າ: ສະຖານະການເພີ່ມຄວາມຮຸນແຮງທຸກວັນ, ຕຽງພະແນກໄອຊີຢູ ແລະ ພະແນກທຳມະດາໃກ້ເຕັມແລ້ວຈາກຜູ້ຕິດເຊື້ອໄວຣັສໂຄໂຣນາ.
“ຢູ່ເມືອງເຮົາ ຊັບພະຍາກອນບໍ່ເຫລືອແລ້ວ ທັງດ້ານບຸກຄະລາກອນ ແລະ ເຕັກໂນໂລຊີ ເຮົາກຳລັງລໍຖ້າເຄື່ອງຊ່ວຍຫາຍໃຈໃໝ່”.
ໃນຕົ້ນອາທິດນີ້, ດຣ. ດານຽວ ມາຊິນີ ຈາກພະແນກຫ້ອງໄອຊີຢູ ເມືອງແບຣ໌ກາໂມ ຂຽນຂໍ້ຄວາມທີ່ໄດ້ເຜີຍແຜ່ຢ່າງກວ້າງຂວາງໃນສັງຄົມອອນລາຍ ບອກເລົ່າວ່າ: ທີມຂອງເຂົາຜະເຊີນກັບ “ສຶນາມິ” ອຸປະກອນທາງການແພດສຳລັບຊ່ວຍເລື່ອງການຫາຍໃຈ ໂດຍສະເພາະເຄື່ອງຊ່ວຍຫາຍໃຈກາຍເປັນສິ່ງທີ່ມີຄ່າຄືຄຳ.
ລາວບອກວ່າ: ຜູ້ຕິດເຊື້ອເພີ່ມຂຶ້ນທຸກວັນ ມີຄົນຖືກນຳສົ່ງມາໂຮງໝໍວັນລະ 15-20 ຄົນ ຈາກສາເຫດການປ່ວຍດຽວກັນ.
“ເພື່ອນຮ່ວມງານບາງຄົນຕິດເຊື້ອ ແລະ ພາເຊື້ອໄປຕິດຍາດພີ່ນ້ອງ, ພີ່ນ້ອງພວກເຂົາບາງຄົນຕ້ອງຕໍ່ສູ້ກັບຄວາມເປັນຄວາມຕາຍ”.

ດຣ. ຊາລາໂຣລິ ບອກວ່າ: ເພື່ອນຮ່ວມງານຂອງລາວບາງຄົນຕ້ອງໃຈສະຫລາຍເມື່ອຕ້ອງຕັດສິນໃຈໃນການປິ່ນປົວ.
“ມັນອາດຈະເກີດຂຶ້ນກັບແພດທຸກຄົນ ພວກເຂົາຕ້ອງກຳນົດຊະຕາກຳຂອງຄົນຈຳນວນຫລາຍ”.