ການເຮັດນ້ຳສະກັດຊີວະພາບດ້ວຍພືດສະໝຸນໄພ ໃຊ້ປ້ອງກັນແມງໄມ້ ແລະ ສັດຕູພືດ
ຮຽບຮຽງໂດຍ: ເຂັມມະໄລ ສົນດາວັນ
ນ້ຳສະກັດຊີວະພາບທີ່ໄດ້ມາຈາກການບົ່ມ ແລະ ສະກັດຂອງພືດສະໝຸນໄພເຊັ່ນ: ຫົວສີໄຄ, ຂີງ, ຂ່າໂດຍຜ່ານຂະບວນການຍ່ອຍສະຫລາຍຂອງກຸ່ມຈຸລິນຊີທີ່ມີຄຸນສົມບັດພິເສດ ເຊິ່ງເຮັດໃຫ້ນ້ຳສະກັດມີບົດບາດໃນການເພີ່ມຮໍໂມນການຈະເລີນເຕີບໂຕຂອງພືດ, ສາມາດນຳໃຊ້ປ້ອງກັນແມງໄມ້ ແລະ ສັດຕູພືດ ໄດ້ເປັນຢ່າງດີ.
- ວັດຖຸສຳລັບຜະລິດນ້ຳສະກັດຊີວະພາບໃນປະລິມານ 50 ລິດ.
- ພືດສະໝູນໄພ (ຫົວສີໄຄ, ຂີງ, ຂ່າ, ໃບຂີ້ຫູດ, ຂີ້ໝີ້ນ, ໃບຂົມກະເດົາ…)
- ຖ້າພືດແຫ້ງລວມກັນທັງໝົດ 10 ກິໂລ.
- ຖ້າພືດປຽກໃຊ້ 30 ກິໂລ.
- ກາກນ້ຳຕານ 10 ລິດ.
- ຮຳເຂົ້າ 100 ກຣາມ
- ນ້ຳສະອາດ 30 ລິດ
- ຖັງໝັກທີ່ບັນຈຸ (ບໍລິມາດ) 50 ລິດ
- ເຊື້ອຈຸລິນຊີ 1 ຊອງ
- ວິທີການເຮັດ.
- ຕັດ ຫລື ຊອຍພືດສະໝຸນໄພໃຫ້ເປັນຕ່ອນນ້ອຍໆ.
- ລະລາຍເຊື້ອຈຸລິນຊີ ໃນນ້ຳ 10 ລິດ ປະສົມໃຫ້ເຂົ້າກັນປະມານ 5 ນາທີ.
- ລະລາຍການນ້ຳຕານໃນນ້ຳ 10 ລິດ ປະສົມໃຫ້ເຂົ້າກັນ.
- ເອົາພືດສະໝຸນໄພຕ່າງໆ ທີ່ຊອຍແລ້ວ ແລະ ຮຳເຂົ້າລົງໃນຖັງແລ້ວຄົນໃຫ້ເຂົ້າ ກັນອີກເທື່ອໜຶ່ງຖອກກາກນ້ຳຕານທີ່ລະລາຍແລ້ວ ແລະ ເຊື້ອຈຸລິນຊີ ທີ່ລະລາຍນ້ຳລົງໃນຖັງ ໃຊ້ໄມ້ຄົນໃຫ້ເຂົ້າກັນຕື່ມນ້ຳໃຫ້ພໍເໝາະ (ໂດຍການສັງເກດເມື່ອເອົາມືຂົ່ມພືດສະໝຸນໄພ ໃຫ້ນ້ຳຖ້ວມມືເຮົາແມ່ນພໍດີ).
- ຫລັງຈາກເຮັດແລ້ວປິດຝາຖັງໜັກ (ປິດບໍ່ໃຫ້ແຈບ) ແລ້ວນຳໄປຕັ້ງໄວ້ຢູ່ບ່ອນຮົ່ມໃຊ້ໄມ້ຄົນປິ້ນທຸກມື້ປະມານ 21 ມື້, ຈາກນັ້ນໃຊ້ຕາໜ່າງຕອງເອົານ້ຳສະກັດ ແລ້ວຮ່າຍໃສ່ຕຸກນ້ຳເກັບຮັກສາໄວ້.
- ວິທີການນຳໃຊ້.
- ນຳນ້ຳສະກັດຊີວະພາບທີ່ຜ່ານການກັ່ນຕ້ອງມາປະສົມກັບນ້ຳໃນອັດຕາສ່ວນ 1/1.000 ລິດ (1ລິດນ້ຳສະກັດປະສົມກັບນ້ຳ 1.000 ລິດ) ແລ້ວນຳໄປສິດໃສ່ພືດຜັກ ແລະ ໄມ້ໃຫ້ໝາກ 2 ຄັ້ງ/ອາທິດ ຫລື 3-4 ວັນ/ຄັ້ງ.
- ສຳລັບພືດສວນຜັກ ແລະ ໄມ້ໃຫ້ໝາກສິດນ້ຳສະກັດທີ່ປະສົມແລ້ວ 50 ລິດ/ໄລ່, ກ່ອນການສິດໃຫ້ໃສ່ແຟັບ 2 ບ່ວງແກງ ແລະ ນ້ຳມັນພືດ 2 ບ່ວງແກງປະສົມໃຫ້ເຂົ້າກັນແລ້ວສິດ (ເພື່ອໃຫ້ນ້ຳສະກັດຕິດກັບໃບພືດ ແລະ ຫົວສິດມື່ນຈະສິດສະດວກດີ).
- ການເກັບຮັກສາ.
ນຳນ້ຳສະກັດທີ່ໃຊ້ບໍ່ທັນໝົດ ຄວນຕ້ອງໃສ່ກະຕຸກປິດຝາໃຫ້ແຈບເກັບໄວ້ໃນບ່ອນຮົ່ມບໍ່ໃຫ້ຖືກແສງແດດ ແລະ ສາມາດເກັບໄວ້ໄດ້ 1 ປີ. ການຕໍ່ເຊື້ອແມ່ນສາມາດໃຊ້ນ້ຳສະກັດ 1 ລິດ ຈະເທົ່າກັບໃຊ້ເຊື້ອຈຸລິນຊີ 1 ຊອງ, ການຕໍ່ເຊື້ອຜະລິດຕໍ່ໄປໄດ້, ແຕ່ບໍ່ໃຫ້ເກີນ 3 ຄັ້ງ.

ຂໍ້ແນະນຳ:
ການໃຊ້ນ້ຳສະກັດພືດສະໝູນໄພເພື່ອສິດໄລ່ແມງໄມ້ທີ່ປະສິດທິພາບສູງປະກອບມີຂັ້ນຕອນດັ່ງລຸ່ມນີ້:
- ຄວນສີດໃນອັດຕາທີ່ມີຄວາມເຂັ້ມຂຸ້ນເໝາະສົມ ແລະ ຕາມທີ່ແນະນຳ, ຖ້າສີດພົ່ນໃນອັດຕາທີ່ມີຄວາມເຂັ້ມຂຸ້ນສູງເກີນໄປອາດຈະເຮັດໃຫ້ພືດຕາຍໄດ້.
- ໄລຍະເວລາທີ່ເໝາະສົມໃນການສີດແມ່ນຕອນເຊົ້າກ່ອນແດດອອກ ຫລື ຕອນແລງຊ່ວງແສງແດດອ່ອນຖ້າສີດໄລຍະແສງແດດກ້າແສງແດດຈະທຳລາຍປະສິດທິພາບຂອງສານສະກັດ.
ແຫລ່ງຂໍ້ມູນ: ສູນອະນຸລັກ ແລະ ພັດທະນາທີ່ດິນກະສິກຳ.
