ຫລັກຖານໃໝ່ ຜູ້ຕິດເຊື້ອໄວຣັສຈະສູນເສຍການຮັບກິ່ນ ແລະ ລົດຊາດ
ສະຖາບັນໂສດ ນາສິກ ລາລິງວິທະຍາແຫ່ງອາເມລິກາ (The American Academy of Otolaryngology )ໄດ້ລົງຂໍ້ມູນໃນເວັບໄຊວ່າ: ເລີ່ມມີຫລັກຖານບົ່ງບອກຫລາຍຂຶ້ນເລື້ອຍໆວ່າການສູນເສຍ ຫລື ຫລຸດລົງຂອງປະສາດການຮັບກິ່ນ ແລະ ຮັບລົດຊາດ ເປັນອາການສຳຄັນທີ່ກ່ຽວຂ້ອງກັບ COVID-19 ໂດຍແພດພົບອາການເຫລົ່ານີ້ໃນບຸກຄົນທີ່ຖືກກວດເຫັນວ່າມີເຊື້ອໄວຣັສໃນເວລາຕໍ່ມາ.
ສະຖາບັນກ່າວວ່າ:ໃນກໍລະນີ ທີ່ບໍ່ມີໂຣກພູມແພ້ ຫລື ໄຊນັສອັກເສບແຕ່ຜູ້ຕ້ອງສົງໄສສະແດງອາການຮັບກິ່ນ ແລະ ລົດມີປັນຫາ ແພດຄວນລະມັດລະວັງ ແລະ ໃຫ້ຄັດກອງຜູ້ປ່ວຍເພື່ອຫາໄວຣັສ ແລະ ຕ້ອງມີການກັກຕົວ ແລະ ທົດສອບບຸກຄົນເຫລົ່ານີ້ຢ່າງຈິງຈັງ.
“ມີຫລັກຖານທີ່ຈະແຈ້ງຫລາຍຂຶ້ນວ່າ: ອາການກ່ຽວກັບໂສດ ນາສິກ ລາລິງວິທະຍາຢູ່ໃນກຸ່ມທີ່ມີຄວາມສ່ຽງສູງສຸດເມື່ອມີການຜ່າຕັດທາງເດີນຫາຍໃຈ ແລະ ການກວດທາງເດີນຫາຍໃຈ ແລະ ມີອັດຕາການແຜ່ກະຈາຍຂອງ COVID-19 ທີ່ສູງໃນກຸ່ມທີ່ມີອາການໂສດ ນາສິກ ລາລິງ ວິທະຍາ ຈາກການລາຍງານຈາກຈີນ, ອີຕາລີ ແລະ ອີຣານ (ອາການເຫລົ່ານີ້) ເຮັດໃຫ້ຫລາຍຄົນເສຍຊີວິດ” ສະຖາບັນລະບຸ.
ດຣ. ຣາເຊລ ເຄຍ໌ ຜູ້ຊ່ວຍສາສະດາຈານດ້ານໂສດ ລາລິງວິທະຍາທີ່ສະຖາບັນ Rutgers ກ່າວວ່າ:ນັກວິຊາການທີ່ New Rochelle ໃນນະຄອນນິວຢອກ ເຊິ່ງເປັນສູນກາງຂອງການລະບາດ ໄດ້ແຈ້ງເຕືອນເຖິງອາການສູນເສຍການຮັບກິ່ນທີ່ກ່ຽວຂ້ອງກັບໂຄໂຣນາ ໄວຣັສ ໂດຍບອກວ່າຕອນທຳອິດນັ້ນຜູ້ປ່ວຍບໍ່ໄດ້ກິ່ນແອມໂມເນີຍ ແລະ ຕໍ່ມາພາຍຫລັງຜົນກວດອອກມາບວກ.
ດຣ. ຣາເຊລ ເຄຍ໌ ກ່າວວ່າເລື່ອງເຮັດໃຫ້ລາວຮູ້ສຶກຕົກໃຈຫລາຍເພາະຜູ້ປ່ວຍເຫລົ່ານັ້ນຍັງບໍ່ຮູ້ວ່າຕົວເອງມີອາການ ແລະ ຍັງບໍ່ໄດ້ກັກຕົວເອງ.
ນອກຈາກນີ້ ການສຶກສາຈາກ ສ.ເກົາຫລີ ຫລື ທີ່ທົດສອບໃນວົງກວ້າງພົບວ່າ 30% ຂອງຜູ້ປ່ວຍ 2.000 ຄົນ ທີ່ມີຜົນກວດເປັນບວກ ມີອາການສູນເສຍການຮັບກິ່ນ ຢູ່ເຢຍລະມັນ ເຣນດຣິກ ສະຕຣິກ ນັກໄວຣັສ ວິທະຍາສາດ ເຢຍລະມັນຈາກ University of Bonn ເຊິ່ງໄປສຳພາດຜູ້ປ່ວຍເຂດ Heinsberg ກ່າວວ່າ: ຢ່າງໜ້ອຍ 2 ໃນ 3 ຂອງຜູ້ປ່ວຍ 100 ກວ່າຄົນສູນເສຍການຮັບກິ່ນ ແລະ ລົດຊາດຫລາຍວັນ.