ແອັດສະປາຍ ວິກິດປ່ຽນສູນປະຊຸມລະດັບໂລກກາຍເປັນໂຮງໝໍສະໜາມ
ລັດຖະບານບໍລິຫານນະຄອນຫລວງມາດຣິດ Comunidad de Madrid ເປີດເຜີຍພາບພາຍໃນຂອງໂຮງໝໍຊົ່ວຄາວທີ່ດັດແປງມາຈາກອາຄານຈັດສະແດງໃນສູນປະຊຸມ ອິເຟມາ (Ifema) ໃນເມືອງມາດຣິດ ເຊິ່ງເປັນສູນປະຊຸມລະດັບໂລກ.

ກ່ອນໜ້ານີ້ ອິເຟມາ ໃຊ້ຈັດກອງປະຊຸມລັດພາຄີ ໃນຮອບອານຸສັນຍາສະຫະ ປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດຄັ້ງທີ 25 ຫລື COP25 ໃນເດືອນທັນວາປີ 2019 ແຕ່ຫລັງຈາກນັ້ນພຽງ 3 ເດືອນສະຖານທີ່ແຫ່ງນີ້ຕ້ອງກາຍສະພາບມາເປັນໂຮງໝໍສະໜາມ.
ໂຮງໝໍສະໜາມຈະມີ 5.500 ຕຽງເມື່ອມີການສົ່ງມອບແລ້ວລວມມີ 500 ຕຽງ ໃນໜ່ວຍບໍລິການຂອງຜູ້ປ່ວຍໜັກ.

ນາຍົກລັດຖະມົນຕີ ເປໂດຣ ຊານເຊຊ ແຫ່ງແອັດສະປາຍ ໄດ້ເຕືອນວ່າການລະບາດຂອງແອັດສະປາຍ ເຊິ່ງເປັນໜຶ່ງໃນປະເທດທີ່ຮຸນແຮງທີ່ສຸດໃນໂລກຈະຍັງຄົງຮ້າຍແຮງຢ່າງຕໍ່ເນື່ອງ.
“ເຮົາຈະຕ້ອງຕຽມຄວາມພ້ອມທາງດ້ານອາລົມ ແລະ ຈິດໃຈສຳລັບວັນທີຍາກລຳບາກໃນອະນາຄົດຂ້າງໜ້າ” ຊານເຊຊ ກ່າວໃນຖະແຫລງວ່າ “ເຮົາຍັງບໍ່ປະສົບກັບຜົນກະທົບທີ່ຮຸນແຮງທີ່ສຸດ ແລະ ອັນຕະລາຍທີ່ສຸດ ເຊິ່ງຈະທົດສອບຂີດຈຳກັດຂອງເຮົາດ້ານວັດຖຸ ແລະ ຈິດໃຈ ເຊັ່ນດຽວກັບດ້ານຈິດວິນຍານຂອງເຮົາໃນຖານະມະນຸດໃນສັງຄົມ”
ຫລ້າສຸດ ແອັດສະປາຍ ເປັນປະເທດທີ່ມີຜູ້ຕິດເຊື້ອຫລາຍທີ່ສຸດໃນໂລກອັນດັບທີ 4 ລວມຈີນ ມີ 28.768 ຄົນ, ເສຍຊີວິດ 1.772 ຄົນ.
