ມາເລເຊຍ ເລັ່ງຂະຫຍາຍເວລາປິດປະເທດ
March 23, 2020 - 2:43 PM


ນາຍົກ ມາເລເຊຍເຜີຍ ລັດຖະບານເລັ່ງຂະຫຍາຍເວລາການປິດປະເທດໄປອີກ
2 ອາທິດ ຕຽມປະກາດມາດຕະການກະຕຸ້ນເສດຖະກິດເພີ່ມ ຫລຸດຜົນກະທົບຈາກໄວຣັສໂຄໂຣນາລະບາດ ແລະ ລາຄານ້ຳມັນຫລຸດລົງ.
ສຳນັກຂ່າວຣອຍເຕີຣ໌ ລາຍງານ ນາຍົກລັດຖະມົນຕີ ມູຍິດດິນ ຢາສຊິນ ຂອງເມເລເຊຍ ຖະແຫລງວ່າ ສະພາຄວາມໝັ້ນຄົງແຫ່ງຊາດ ຈະປະຊຸມກັນໃນວັນທີ 31 ມີນາ. ເພື່ອພິຈາລະນາວ່າ ຈະດຳເນີນມາດຕະການໃດຕໍ່ໄປຫລັງມາດຕະການຄຸມການເດີນທາງ ແລະ ທຸລະກິດປັດຈຸບັນສິ້ນສຸດລົງ ແລະ ຄາດວ່າລັດຖະບານຈະເຜີຍແຜ່ມາດຕະການກະຕຸ້ນເສດຖະກິດຊຸດໃໝ່ໄປພ້ອມກັນ.

