ນາຍົກລັດຖະມົນຕີນູແວນເຊລັງ ປະກາດຍົກລະດັບສູ້ ໂຄວິດ-19
ນາຍົກລັດຖະມົນຕີນູແວນເຊລັງ ຍົກລະດັບສູ້ ໂຄວິດ-19 ປະກາດປິດທຸລະກິດທຸກຢ່າງທີ່ບໍ່ຈຳເປັນ.
ນາຍົກລັດຖະມົນຕີ ຈາຊິນດາ ອາຣເດິນ ຂອງນູແວນເຊລັງ ຖະແຫລງໃນວັນທີ 23 ມີນາວ່າ: ລັດຖະບານນູແວນເຊລັງພ້ອມຍົກລະດັບຂຶ້ນເປັນລະດັບ 4 ເຊິ່ງເປັນຂັ້ນສູງສຸດ ທ່າມກາງສະຖານະການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ເສື່ອມລົງ ໂດຍຕອນນີ້ ພົບຜູ້ຕິດເຊື້ອໃນປະເທດແລ້ວ 102 ຄົນ ຍັງບໍ່ມີຜູ້ເສຍຊີວິດ.
“ການຕັດສິນໃຈຄັ້ງນີ້ຄືໂອກາດດີທີ່ສຸດທີ່ຈະຢຸດການແຜ່ລະບາດໂຄວິດ-19 ແລະ ປົວແປງຊີວິດປະຊາຊົນ” ຜູ້ນຳນູແວນເຊລັງ ກ່າວ.
ທັງນີ້ ທຸລະກິດທີ່ບໍ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນເຊັ່ນ: ບາ, ສູນອອກກຳລັງກາຍ, ໂຮງຮູບເງົາ ຈະຕ້ອງປິດນັບແຕ່ວັນທີ 25 ມີນາ, ສ່ວນສະຖານສຶກສາປິດການຮຽນ-ການສອນນັບແຕ່ວັນທີ 24 ມີນາ ສະເພາະຊຸບເປີມາເກັດ ແລະ ສະຖານີບໍລິການຕ່າງໆໃຫ້ເປີດບໍລິການຕໍ່ໄປ.
ມາດຕະການໃໝ່ຄືການຈຳກັດການເດີນທາງຢ່າງເຂັ້ມງວດທີ່ສຸດໃນປະຫວັດສາດຍຸກໃໝ່ ແຕ່ທັງໝົດນີ້ມີຄວາມຈຳເປັນເພື່ອປົກປ້ອງຄຸ້ມຄອງຊີວິດ ຫລັງປະເທດພົບການແຜ່ເຊື້ອລະຫວ່າງກັນເອງ (local transmission) ຖ້າບໍ່ເຮັດຫຍັງເລີຍ ຈຳນວນການຕິດເຊື້ອຈະເພີ່ມຂຶ້ນອີກ ແລະ ລຸກລາມເປັນການເສຍຊີວິດຈຳນວນຫລາຍດັງທີ່ເຫັນໃນຫລາຍປະເທດ ມາດຕະການປິດສະຖານທີ່ບໍ່ຈຳເປັນ ຈະບັງຄັບໃຊ້ 1 ເດືອນ ຖ້າທ່າອ່ຽງຫລຸດລົງ ອາດຫລຸດຜ່ອນໃນບາງດ້ານ.