ຄວາມຫວັງມາແລ້ວ ນັກວິທະຍາສາດລະບຸຢາ 69 ຊະນິດ ໃຊ້ທົດສອບຕ້ານເຊື້ອໄວຣັສ
ຢາບາງຊະນິດໃຊ້ປິ່ນປົວໂຣກອື່ນ ແຕ່ອາດຈະເປັນຄວາມຫວັງໃນການປິ່ນປົວໂຄວິດ-19.
ໜັງສືພິມ The New York Times ລາຍງານວ່າ: ທີມວິໄຈທາງການແພດໄດ້ລະບຸສານປະກອບ ແລະ ຢາປະມານ 70 ຊະນິດທີ່ອາດມີປະສິດທິພາບໃນການປິ່ນປົວໂຄໂຣນາໄວຣັສສາຍພັນໃໝ່.
ນັກວິທະຍາສາດກ່າວວ່າ: ຢາບາງຊະນິດນຳໃຊ້ໃນການປິ່ນປົວໂຣກອື່ນໆຢູ່ແລ້ວ ກຳລັງຖືກນຳມາໃຊ້ໃນການປິ່ນປົວ COVID-19 ໂດຍການໃຊ້ຢາທີ່ມີຢູ່ແລ້ວຈະເປັນການດີກວ່າວິໄຈຢາຊະນິດໃໝ່ ໂດຍເລີ່ມຂະບວນການທຳອິດ ເຊິ່ງຈະເສຍເວລາ.
ທັງນີ້ ມີການເຜີຍແຜ່ລາຍຊື່ຂອງຢາເຫລົ່ານີ້ໃນເວັບໄຊ bioRxiv ເຊິ່ງເປັນແພລດຟອມອອນລາຍໃນການເຜີຍແຜ່ງານວິຊາການ ແລະ ກວ່າຈະໄດ້ລາຍຊື່ຢາເຫລົ່ານີ້ ນັກວິທະຍາສາດຈະຕ້ອງເລີ່ມຕົ້ນການສຶກສາວິໄຈຈຸລັງຂອງເຊື້ອ SARS-CoV-2.
ໃນການສຶກສາຫລ້າສຸດ ນັກວິທະຍາສາດໄດ້ມີການກວດສອບຈຸລັງຂອງໂຄໂຣນາໄວຣັສຈຳນວນ 26 ຈຸລັງຈາກທັງໝົດ 29 ຈຸລັງ ເຊິ່ງຜະລິດໂປຣຕິນໄວຣັສໂດຍກົງ. ນັກວິໄຈພົບໂປຣຕິນຂອງມະນຸດ 332 ຈຸລັງທີ່ເປັນເປົ້າໝາຍໃນການໂຈມຕີຂອງໂຄໂຣນາ ໄວຣັສດ້ວຍການແຊກຕົວມັນເອງເຂົ້າໄປຈຸລັງແລ້ວຜະລິດຊ້ຳໄວຣັສອອກມາຕໍ່ສູ້ກັບຮ່າງກາຍມະນຸດ.
ນັກວິໄຈຄົ້ນຫາຢາທີ່ຍຶດຕິດກັບໂປຣຕິນຂອງມະນຸດທີ່ໂຄໂຣນາໄວຣັສຈະທຳລາຍ ໂດຍທີມວິໄຈໄດ້ລະບຸຢາ 24 ຊະນິດທີ່ໄດ້ຮັບການອະນຸມັດຈາກອົງການອາຫານ ແລະ ຢາອາເມລິກ ໂດຍຢາເຫລົ່ານີ້ເຄີຍໃຊ້ປິ່ນປົວໂຣກທີ່ບໍ່ກ່ຽວຂ້ອງກັບ COVID-19 ເຊັ່ນ: ຢາປິ່ນປົວມະເຮັງ, ໂຣກພາກິນສັນ ແລະ ຄວາມດັນເລືອດສູງ.
ໃນລາຍການຢາທີ່ຈະນຳມາທົດລອງຍັງມີຢາທີ່ບໍ່ໜ້າເຊື່ອວ່າຈະກ່ຽວຂ້ອງກັນໄດ້ເຊັ່ນ: ຢາ haloperidol ທີ່ໃຊ້ໃນການປິ່ນປົວໂຣກຈິດຕະເເພດ ແລະ ຢາ metformin ໃຊ້ປິ່ນປົວໂຣກເບົາຫວານປະເພດ 2.
ລວມທັງສານປະກອບທີ່ໃຊ້ໃນການຂ້າພະຍາດເຊັ່ນ: ຢາ chloroquine ທີ່ຂ້າພະຍາດຊະນິດດຽວທີ່ເຮັດໃຫ້ເກີດໂຣກມາລາເຣຍ. ນັກວິທະຍາສາດຮູ້ມາດົນແລ້ວວ່າມັນຍັງສາມາດຍຶດຕິດກັບໂປຣຕິນຈຸລັງມະນຸດທີ່ເອີ້ນວ່າຕົວຮັບ siqma-1 ແລະ ຕົວຮັບນັ້ນກໍເປັນເປົ້າໝາຍຂອງໄວຣັສນຳອີກ.
ໃນວັນທີ 18 ມີນາຜ່ານມາ, ອົງການອະນາໄມໂລກປະກາດວ່າຈະເລີ່ມທົດລອງໃຊ້ chloroquin ແລະ ຢາອື່ນໆ.