ຊົມເຊີຍອູ່ຮັ່ນຊະນະແລ້ວ
ລູກເມືອງພວນ
ສະບາຍດີທ່ານຜູ້ອ່ານທີ່ຮັກແພງທັງຫຼາຍ! ອູ່ຮັ່ນ ເປັນສູນກາງຂອງການແຜ່ລະບາດເຊື້ອໄວຣັສໂຄວິດ-19 ມາແຕ່ທ້າຍປີ 2019 ແລະ ໄດ້ແຜ່ລາມໄປທົ່ວປະເທດຈີນໃນເວລາອັນໄວວາ ເຮັດໃຫ້ປະຊາຊົນຈີນຕ້ອງຕິດເຊື້ຶອ 81.454 ຄົນ ແລະ ເສຍຊີວິດ 3.153 ຄົນ, ໃນນັ້ນ ຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫຼາຍກວ່າໝູ່ກໍແມ່ນເມືອງອູ່ຮັ່ນນີ້ເອງ, ປັດຈຸບັນເຊື້ອພະຍາດດັ່ງກ່າວກຳລັງແຜ່ລະບາດຢ່າງຮ້າຍແຮງຢູ່ບັນດາປະເທດຕາເວັນຕົກ ໂດຍສະເພາະແມ່ນ ອິຕາລີ. ແອັດສະປາຍ, ຝຣັ່ງ, ອັງກິດ… ແມ່ນແຕ່ທະວີບອາເມລິກາກໍບໍ່ໄດ້ນ້ອຍໜ້າກັນເລີຍ.
ພາຍຫຼັງມີພະຍາດໂຄໂຣນາເກີດຂຶ້ນຢູ່ເມືອງອູ່ຮັ່ນ ມົນທົນຫູເປີ່ຍ ຕົ້ນປີ 2020 ເປັນຕົ້ນມາ, ລັດຖະບານຈີນໄດ້ມີຄວາມສະດຸ້ງໄວຕໍ່ພະຍາດດັ່ງກ່າວ ແລະ ມອງເຫັນຄວາມອັນຕະລາຍຂອງມັນ ຈຶ່ງໄດ້ທຸ່ມເທທຸກກຳລັງວັງຊາ ສະຕິປັນຍາ ແລະ ເຕັກໂນໂລຊີທີ່ທັນສະໄໝ ກໍຄືການປຸກລະດົມບັນດານັກວິທະຍາສາດ ຄົ້ນຄວ້າຊອກຫາຢາມາຜະລິດວັກຊີນ ເພື່ອປິ່ນປົວພະຍາດຈົນມີຜົນສຳເລັດ. ປະຕິກິລິຍາ ແລະ ການຕັດສິນໃຈທີ່ເດັດຂາດ ເລັ່ງດ່ວນທີ່ສຸດຂອງລັດຖະບານຈີນທີ່ທັງໂລກໃຜກໍຍົກຍ້ອງຊື່ນຊົມກໍຄື ການສ້າງໂຮງໝໍພິເສດແຍກປ່ຽວຢ່າງເລັ່ງດ່ວນພາຍໃນເວລາ 10 ວັນສໍາເລັດ ມີຕຽງນອນຄົນເຈັບຫຼາຍກວ່າ 1.000 ຕຽງ. ນອກຈາກນີ້ ທາງລັດຖະບານຍັງໄດ້ຫັນເອົາໂຮງແຮມ, ສູນຝຶກກິລາໃນຮົ່ມຈຳນວນໜຶ່ງມາປົວແປງເປັນສູນປິ່ນປົວຜູ້ຕິດເຊື້ອ ແລະ ແຍກປ່ຽວ, ປິດເມືອງ, ພົ່ນຢາຂ້າເຊື້ອຕາມສາທາລະນະ, ພິເສດລັດຖະບານໄດ້ເລັ່ງມືໃຫ້ບັນດານັກວິທະຍາສາດການແພດຄົ້ນຄວ້າວັກຊີນເພື່ອປ້ອງກັນ ແລະ ປິ່ນປົວພະຍາດດັ່ງກ່າວຈົນມີຜົນສຳເລັດ…ອັນທີ່ສຳຄັນ, ໃນຂະນະທີ່ມີວິກິດການຄືດັ່ງກ່າວນັ້ນ ມັນແມ່ນຄວາມສາມັກຄີຂອງປະຊາຊົນທັງຊາດ ໄດ້ໃຫ້ການຮ່ວມໄມ້ຮ່ວມມືກັບລັດຖະບານເປັນຢ່າງດີ, ປະຕິບັດມະຕິຄຳສັ່ງຂອງລັດຖະບານຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ ລັດຖະບານຍັງມີມາດຕະການທີ່ເຂັ້ມແຂງຕໍ່ຜູ້ທີ່ປ່ອຍຂ່າວລື ຂ່າວປອມ ເຮັດໃຫ້ປະຊາຊົນແຕກຕື່ນ ສັງຄົມບໍ່ມີຄວາມສະຫງົບ, ຜູ້ທີ່ບໍ່ຍອມແຍກປ່ຽວກັກຕົວ, ຜູ້ທີ່ປິດບັງອາການສຸຂະພາບ ແລະ ການເຄື່ອນໄຫວຂອງຕົນ…
ຈາກມາດຕະການທີ່ເຂັ້ມແຂງດັ່ງກ່າວ, ລັດຖະບານຈີນໄດ້ມີຜົນສຳເລັດຢ່າງໄວວາໃນການຕີຕ້ານ ແລະ ຕໍ່ສູ້ກັບສັດຕູໂຄວິດໃນຄັ້ງນີ້. ອີງຕາມການລາຍງານຂອງລັດຖະບານຈີນ ວັນທີ 18 ມີນານີ້ ຢູ່ຈີນມີພຽງ 8 ຄົນເທົ່ານັ້ນທີ່ຕິດເຊື້ອໃໝ່ ແລະ ມາເຖິງວັນທີ 19 ມີນານີ້ເປັນມື້ທຳອິດທີ່ຈີນມີຄົນຕິດເຊື້ອເປັນ 0 ຈົນເຖິງປັດຈຸບັນ. ນັ້ນຄືໄຊຊະນະທີ່ສະຫງ່າງາມ ດ້ວຍຄວາມເອົາໃຈໃສ່ ແລະ ພະຍາຍາມຂອງລັດຖະບານຈີນ. ຊົມເຊີຍລັດຖະບານຈີນ ແລະ ເມືອງອູ່ຮັ່ນ ໄຊຊະນະພະຍາດຈຸຣະໂຣກປອດອັກເສບໂຄວິດ-19 ຢ່າງສຸດໃຈ. ຂໍໃຫ້ລັດຖະບານຈີນ ແລະ ປະຊາຊົນຈີນຈົ່ງມີຄວາມຜາສຸກ ຟື້ນຟູຊີວິດຈິດໃຈ ແລະ ຊີວິດການເປັນຢູ່ສູ່ປົກກະຕິໂດຍໄວ./.