ຂໍໃຫ້ປະເທດລາວຄົນລາວຈົ່ງວິດພົ້ນວິກິດໂຄວິດ-19
ໂດຍ: ທິດກໍ່າ
ນັບແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາ, ໄດ້ມີເຊື້ອພະຍາດສາຍພັນໃໝ່ ເອີ້ນວ່າ: ເຊື້ອໄວຣັສໂຄໂຣນາ ຫລືວ່າ ໂຄວິດ-19 ລະບາດຂຶ້ນຢູ່ເມືອງອູ່ຮັ່ນ ແຂວງຫູເປີຍ ສາທາລະນະລັດ ປະຊາຊົນຈີນ, ຈາກນັ້ນກໍໄດ້ແຜ່ລາມໄປໃນຫລາຍປະເທດທົ່ວໂລກ. ປັດຈຸບັນ ເຊື້ອພະຍາດດັ່ງກ່າວຍັງຕາມລ່າຄຸກຄາມ ແລະ ຂ້າຊາວໂລກຕາຍຫລາຍໝື່ນຄົນໃນ 100 ກວ່າປະເທດທົ່ວໂລກ. ບັນດາປະເທດທີ່ມີການແຜ່ລາມຢ່າງໜັກໜ່ວງກໍມີອິຕາລີ, ອີຣານ, ສ.ເກົາຫລີ, ຍີ່ປຸ່ນ, ອາເມລິກາ ແລະ ບັນດາປະເທດອື່ນໆແຖບເອີຣົບ ແລະ ອາຊີ. ສຳລັບປະເທດອ້ອມຂ້າງທີ່ມີຊາຍແດນຕິດກັບລາວເຮົາ ນອກຈາກປະເທດຈີນທີ່ເປັນປະເທດຕົ້ນກຳເນີດເຊື້ອໄວຣັສ ກໍມີຫວຽດນາມ, ກຳປູເຈຍ, ໄທ ໄດ້ມີຜູ້ຕິດເຊື້ອໄປແລ້ວ. ສ່ວນວ່າລາວເຮົາກັບປະເທດມຽນມາແມ່ນຍັງປອດ ໝາຍວ່າບໍ່ທັນກວດພົບວ່າມີຄົນໃດຕິດເຊື້ອພະຍາດຊະນິດນີ້.
ແນວໃດກໍດີ, ຕາມແຫລ່ງຂ່າວໃຫ້ຮູ້ວ່າ: ສຳລັບປະເທດຈີນທີ່ເປັນຕົ້ນກຳເນີດເຊື້ອພະຍາດນີ້ໄດ້ມີການປາບປາມສຳເລັດໄປແລ້ວ. ມາຮອດປັດຈຸບັນບໍ່ມີຄົນໃດຕິດເຊື້ອໂຄວິດ-19 ອີກຕໍ່ໄປແລ້ວ. ນີ້ກໍຖືວ່າເປັນໄຊຊະນະຄັ້ງຍິ່ງໃຫຍ່ຂອງພັກ ແລະ ລັດຖະບານ ກໍຄືປະຊາຊົນຊາວຈີນ ໂດຍສະເພາະແມ່ນປະຊາຊົນຊາວເມືອງອູ່ຮັ່ນ. ສ່ວນວ່າບັນດາປະເທດຕ່າງໆທີ່ພວມລະບາດນັ້ນຖືວ່າລັດຖະບານຂອງແຕ່ລະປະເທດກໍພວມເລັ່ງລັດປາບປາມ ແລະ ສະກັດກັ້ນຢ່າງເຕັມທີ່ ເພື່ອບໍ່ໃຫ້ເຊື້ອພະຍາດຊະນິດນີ້ຂະຫຍາຍເປັນບໍລິເວນກວ້າງໃນທົ່ວປະເທດ ເປັນຕົ້ນໃຊ້ຮູບການປິດດ່ານເຂົ້າ-ອອກເມືອງ, ປິດປະເທດ ແລະ ໃຊ້ມາດຕະການອື່ນໆທີ່ເຫັນວ່າຈຳເປັນ.
ໄປຄຽງຄູ່ກັນນັ້ນ, ນັກວິທະຍາສາດ, ບັນດາແພດໝໍ, ນັກຊ່ຽວຊານດ້ານການແພດກໍພວມເລັ່ງລັດຄົ້ນຄວ້າຢາປິ່ນປົວ ແລະ ວັກຊິນສຳລັບຕ້ານກັບພະຍາດຊະນິດນີ້ດ້ວຍຄວາມເຄັ່ງຮ້ອນ. ດັ່ງແຫລ່ງຂ່າວຫລ້າສຸດກໍມີຈີນ ແລະ ຍີ່ປຸ່ນໄດ້ຮ່ວມມືກັນຄົ້ນຄວ້າຢາປົວຜູ້ຕິດເຊື້ອພະຍາດຊະນິດນີ້ໄດ້ແລ້ວ ຄືຢາ AVIGAN Tablets ວ່າຊັ້ນ. ປັດຈຸບັນພວມເລັ່ງລັດຜະລິດອອກມານຳໃຊ້ ແຕ່ກໍບໍ່ຮູ້ວ່າອີກຈັກເດືອນຈັກປີຈຶ່ງຈະສາມາດແຈກຢາຍໄປທົ່ວໂລກ.
ສຳລັບປະເທດລາວເຮົາມາຮອດປັດຈຸບັນແມ່ນຍັງບໍ່ທັນໄດ້ພົບວ່າມີຄົນຕິດເຊື້ອ ແຕ່ກໍຍັງມີຄວາມສ່ຽງສູງ ຍ້ອນວ່າປະເທດອ້ອມຂ້າງຄືໄທ, ຫວຽດນາມ ແລະ ກຳປູເຈຍມີຊາຍແດນຕິດກັນ, ເພາະສະນັ້ນ ລັດຖະບານເຮົາກໍໄດ້ເອົາໃຈໃສ່ເຝົ້າລະວັງ ແລະ ຫາວິທີຕ້ານຢ່າງສຸດຂັ້ນຂຸດສີດ. ບັນດາມາດຕະການຕ່າງໆທີ່ພັກ ແລະ ລັດຖະບານໄດ້ວາງອອກ, ນອກຈາກການກະກຽມ ແລະ ກຳນົດສະຖານທີ່ປິ່ນປົວແລ້ວ ຍັງໄດ້ກະກຽມກຳລັງແພດໝໍ, ວັດຖຸເຕັກນິກ, ການກວດກາຄົນເຂົ້າ-ອອກປະເທດຢ່າງເຂັ້ມງວດ. ຫລ້າສຸດມາຮອດວັນທີ 20 ເດືອນມີນານີ້ ໄດ້ສັ່ງປິດປະເທດ ຄືປິດດ່ານຊາຍແດນໃນທົ່ວປະເທດ. ນອກຈາກນັ້ນ ກໍປິດການຮຽນ-ການສອນຂອງບັນດາໂຮງຮຽນ ນັບແຕ່ອະນຸບານ, ປະຖົມຮອດມັດທະຍົມໃນທົ່ວປະເທດ. ນອກຈາກວິທີທີ່ໄດ້ກ່າວມານີ້ແລ້ວ ຍັງຮຽກຮ້ອງໃຫ້ປະຕິບັດບັນດາລະບຽບການ ແລະ ຂໍ້ກຳນົດຕ່າງໆໃນທາງການແພດແນະນຳຢ່າງເຂັ້ມງວດ ເປັນຕົ້ນຜູ້ໃດສົງໄສວ່າມີອາການຕິດເຊື້ອໃຫ້ລາຍງານແພດໝໍດ່ວນ, ຜູ້ໃດສົງໄສ ຫລື ມາຈາກປະເທດທີ່ມີເຊື້ອຕ້ອງໃຫ້ກັກຕົນເອງຢູ່ເຮືອນ ຫລື ທີ່ພັກຈຳນວນ 14 ຫາ 28 ວັນ. ຜູ້ໃດທີ່ບໍ່ທັນຕິດເຊື້ອນັ້ນກໍໃຫ້ລະມັດລະວັງຢ່າງສຸດຂີດ ບໍ່ໃຫ້ໄປທີ່ຊຸມຊົນ, ບ່ອນຄົນຫລາຍ, ເອົາໃຈໃສ່ອະນາໄມຕົນເອງ, ໝັ້ນລ້າງມືດ້ວຍນ້ຳຢາ, ທຳຄວາມສະອາດເຮືອນຊານ, ງົດພິທີການ ຫລື ງານຕ່າງໆທີ່ອາດຈະກໍ່ໃຫ້ເກີດມີເຊື້ອພະຍາດຕິດແປດໃສ່ກັນ. ທຸກສິ່ງທຸກຢ່າງທີ່ໄດ້ກ່າວມານີ້ ຄືບັນດາມາດຕະການຕ່າງໆໃນການຕ້ານພະຍາດໂຄວິດ-19 ຂອງລັດຖະບານ ກໍຄືປະເທດເຮົາ.
ເຖິງຢ່າງໃດກໍດີ, ກໍຫວັງວ່າທຸກຄົນ, ທຸກທ່ານ ແລະ ປະຊາຊົນບັນດາເຜົ່າຈະພ້ອມກັນປະຕິບັດຢ່າງເຂັ້ມງວດກວດຂັນ. ນອກຈາກນັ້ນ ກໍຢ່າພາກັນຕົກໃຈຈົນເກີດເຫດ ເພາະທຸກສິ່ງທຸກຢ່າງອັນໃດມັນຈະເກີດກໍເກີດ, ອັນໃດມັນຈະມີກໍມີ ເພາະທຸກສິ່ງທຸກຢ່າງມັນເປັນອະນິຈັງ ບໍ່ວ່າແຕ່ຄົນ ແລະ ສັດໂລກໃນວາຕະສົງສານ. ຂໍໃຫ້ປະເທດລາວອັນເປັນທີ່ຮັກ ແລະ ຫວງແຫນ, ປະຊາຊົນລາວບັນດາເຜົ່າທຸກຄົນຈົ່ງວິດພົ້ນຈາກວິກິດໂຄວິດ-19 ຄັ້ງນີ້ດ້ວຍເຖີດ.