ນາຍົກລັດຖະມົນຕີລົງແນະນຳຄວາມພ້ອມຂອງສູນແຍກປ່ຽວປ້ອງກັນໂກວິດ-19 ແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ
ແລງວັນທີ 23 ມີນານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ລົງຢ້ຽມຢາມ ສະຖານທີ່ຮອງຮັບ ຖ້າຫາກມີກໍລະນີແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ຢູ່ໂຮງຮຽນການເມືອງ – ການປົກຄອງ ນະຄອນຫລວງວຽງຈັນ ທີ່ບ້ານໜອງບົວທອງ, ສູນຝຶກອົບຮົມຄົບວົງຈອນ ກອງບັນຊາການເຄື່ອນທີ່ ບ້ານດົງຊຽງດີ, ສະໜາມກິລາແຫ່ງຊາດ ຫລັກ 16 ແລະ ໂຮງຮຽນແພດສາດ ບ້ານດົງໂພສີ, ເພື່ອຕິດຕາມ ແລະ ກວດກາຄວາມພ້ອມຕ່າງໆຂອງບັນດາສະຖານທີ່ຮອງຮັບດັ່ງກ່າວ ແລະ ມາດຕະການຮັບມື, ຄວບຄຸມ ແລະ ແກ້ໄຂສະພາບການ ຖ້າຫາກມີກໍລະນີແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວຢູ່ປະເທດເຮົາ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ຕິດຕາມ, ຄວບຄຸມເຂັ້ມງວດ, ຕໍ່ກັບແຮງງານ ທີ່ເດີນທາງກັບມາຈາກປະເທດເພື່ອນບ້ານ, ເພື່ອຄັດກອງ ແລະ ເຝົ້າຕິດຕາມພາຍໃນໄລຍະເວລາ 14 ວັນ ຕາມຫລັກການການແພດ, ພ້ອມນີ້ ກໍຮຽກຮ້ອງໃຫ້ສັງຄົມ ຢ່າແຕກຕື່ນ ແລະ ເປັນເຈົ້າການປະຕິບັດມາດຕະການຈຳກັດບໍລິເວນຂອງຕົນເອງຢ່າງເຂັ້ມງວດ. ທ່ານ ລັດຖະມົນຕີກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ສົ່ງນັກຮຽນແພດ ຈາກມະຫາວິທະຍາໄລສຸຂະພາບ ຫລາຍກ່ວາ 1 ພັນຄົນ ເພື່ອລົງຊ່ວຍທີມງານແພດໝໍປະຈຳການເຝົ້າລະວັງຢູ່ແຕ່ລະແຫ່ງຕື່ມອີກໃນເຂດແຂວງຕ່າງໆໄດ້ທົ່ວເຖິງ.
