ບໍ່ສົນຄຳຄົນ “ຫັກ” ແຕ່ງງານກັບຫຼານສາວຂອງເມຍເກົ່າຕົນເອງ…!

ຫັກ ກອງໜ້າຊາວເບຣຊິນ ເຊິ່ງປັດຈຸບັນສັງກັດສະໂມສອນ ຊຽງໄຮ້ ເອສໄອພີຈີ ໃນລີກສູງສຸດຂອງ ສປ.ຈີນ ທີ່ຕັດສິນໃຈຢຸດຕິຄວາມສຳພັນກັບ ອິຣານ ແອນເຈໂລ່ ເດີຊູຊາ ອະດີດພັນລະຍາທີ່ໃຊ້ຊີວິດຮ່ວມກັນຫຼາຍກວ່າ 12 ປີ ແລະ ມີລູກດ້ວຍກັນ 3 ຄົນ.

ເວລາຕໍ່ມາ ຫັກ ເອງກໍໄດ້ເປີດໃຈວ່າກໍາລັງຄົບຫາກັບ ຄາມິລ່າ ຫຼານສາວແທ້ໆຂອງອະດີດພັນລະຍາເກົ່າຂອງຕົນເອງ. ຫັກ ໄດ້ເຮັດເເບບນີ້ລົງໄປແລ້ວ ໄດ້ກາຍເປັນປະເດັນໃນສັງຄົມຢ່າງໜັກ ເຖິງຂັ້ນໄດ້ຕັດຄວາມສຳພັນລະຫວ່າງ ນ້າສາວ ແລະ ຫຼານສາວ.

ຫຼ້າສຸດມີການເປີດເຜີຍວ່າ ຫັກ ກັບ ຄາມິລ່າ ໄດ້ເຂົ້າປະຕູຮ່ວມວິວາກັນເເລ້ວ, ຫຼັງຈາກໄດ້ລະບຸໃນສະຖານະກັນ ໃນສື່ສັງຄົມອອນລາຍວ່າ ໄດ້ແຕ່ງງານກັບ ຄາມິລ່າ ແລະ ທັງສອງຍັງໂພສຮູບລົງຜ່ານສື່ຕ່າງໆດ້ວຍກັນ ພ້ອມໃສ່ແຫວນແຕ່ງງານ ເຊິ່ງວ່າເຫດຜົນທີ່ ຫັກ ກັບ ຄາມິລ່າ ໄດ້ຂຶ້ນສະຖານະແຕ່ງງານແລ້ວນັ້ນ ເພາະວ່າ ຄາມິລ່າ ນັ້ນຕ້ອງການວີຊາເພື່ອຈະໄດ້ຢູ່ກັບ ຫັກ ໃນປະເທດຈີນນັ້ນເອງ.


