ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 78 ຄົນ ເກືອບທັງໝົດມາຈາກຕ່າງປະເທດ
March 24, 2020 - 9:37 AM
ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ຖະແຫລງວັນທີ 24 ມີນາວ່າ: ໃນວັນທີ 23 ມີນາ ຈີນພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 78 ຄົນ ໃນຈຳນວນນີ້ເປັນການຕິດເຊື້ອຈາກຕ່າງປະເທດ 74 ຄົນ.
ສ່ວນຜູ້ເສຍຊີວິດຈາກໂຣກປອດອັກເສບທີ່ເກີດຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຢູ່ຈີນ ເພີ່ມຂຶ້ນອີກ 7 ຄົນ ໂດຍທັງໝົດຢູ່ມົນທົນຫູເປີຍ, ຂະນະທີ່ມີຜູ້ຕ້ອງສົງໄສວ່າຕິດເຊື້ອອີກ 35 ຄົນ.
ສຳລັບຈຳນວນລວມຜູ້ຕິດເຊື້ອທັງໝົດມີ 81.171 ຄົນ ແລະ ຈຳນວນລວມຜູ້ເສຍຊີວິດມີ 3.277 ຄົນ. ຂະນະທີ່ຜູ້ປ່ວຍ 456 ຄົນໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍໃນວັນທີ 23 ມີນາ ສົ່ງຜົນໃຫ້ຜູ້ປ່ວຍຕິດເຊື້ອທີ່ໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍຫລັງຈາກມີອາການດີຂຶ້ນແລ້ວນັ້ນ ລວມມີ 73.159 ຄົນ.