ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ

- China Dought09 - ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ
- kitchen vibe - ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ

- 60v4mrrr - ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ

​ເລຂາ​ ສປຊ ​ເຕືອນ​ທົ່ວ​ໂລກ​ກຳລັງ​ຈະ​ຜະ​ເຊີນ​ກັບ​ບັນຫາ​ຂາດ​ເຂີນ​ນ້ຳຈືດ, ການ​ຂາດ​ເຂີນ​ນ້ຳສະອາດ​ຈະ​ກາຍ​ເປັນ​ບັນຫາ​ໃຫຍ່ ​ແລະ ຊຳ​ເຮື້ອ.

- Visit Laos Visit SALANA BOUTIQUE HOTEL - ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ນະຄອນ​ນິວຢ໋ອກ ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 7 ມິຖຸນາ​ນີ້​ວ່າ: ທ່ານ ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣສ ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (UN) ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ (UNSC) ​​ໃນ​ວັນ​ທີ 6 ມິຖຸນາ​ນີ້​ວ່າ: ຄວາມ​ຕ້ອງການ​ນ້ຳຈືດ​ຂອງ​ໂລກ​ໃນ​ປີ 2050 ຫລື ​ໃນ​ອີກ 33 ປີ​ຕໍ່ໜ້າ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນຫລາຍ​ກວ່າ 40% ​ແລະ ປະຊາກອນ​ໂລກ​ບໍ່​ຕໍ່າ​ກວ່າ 1 ​ໃນ 4 ຂອງ​ຫລາຍ​ປະ​ເທດ​ຈະ​ຂາດ​ເຂີນ​ນ້ຳສະອາດ​​ແບບ​ຊຳ​ເຮື້ອ. ດັ່ງນັ້ນ ການ​ເຂົ້າ​ເຖິງ​ນ້ຳສະອາດ​ຈຶ່ງ​ກາຍ​ເປັນ​ບັນຫາ​ໃຫຍ່​ໃນ​ທຸກ​ພາກພື້ນ ​ແລະ ກ່າວ​ວ່າ: ປະ​ເທດ​ສະມາຊິກ ສປຊ 193 ປະ​ເທດ​ມີ​ເຖິງ 3 ​ໃນ 4 ທີ່​ໃຊ້​ແມ່ນ້ຳ ຫລື ທະ​ເລ​ສາບ​ຮ່ວມ​ກັນ ​ເຮັດ​ໃຫ້​ນ້ຳ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຈຶ່ງ​ເຊື່ອມ​ໂຍງ​ກັນ​ຈົນ​ແຍກ​ບໍ່​ອອກ.

​ເລຂາທິການ ສປຊ ກ່າວ​ອີກ​ວ່າ: ຖ້າ​ບໍ່​ມີ​ການ​ແກ້​ໄຂ​ເລື່ອງ​ແຫ​ລ່ງນ້ຳຢ່າງ​ມີ​ປະສິດທິພາບ ມີ​ຄວາມ​ສ່ຽງ​ຈະ​ເກີດ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຊຸມ​ຊົນ ​ແລະ ພາກສ່ວນ​ຕ່າງໆ ຈົນ​ກາຍ​ເປັນ​ບັນຫາ​ລະດັບ​ປະ​ເທດ ​ເຊິ່ງ ສປຊ ພ້ອມ​ໃຫ້ການ​ຊ່ວຍ​ເຫລືອ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ເລື່ອງ​ນ້ຳກາຍ​ເປັນຄວາມ​ຂັດ​ແຍ່ງ.

- 8chea8gdf5jf8ab88hehc - ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ

ທ່ານ ອີ​ໂວ ​ໂມຣາ​ເລ​ສ ປະທານາທິບໍດີ​ໂບລີ​ວີ ​ເຊິ່ງປັດຈຸບັນ​ໂບລີ​ວີ​ເປັນ​ປະທານ UNSC ກ່າວ​ວ່າ: ນັບ​ແຕ່​ປີ 1947 ​ເກີດ​ຄວາມ​ຂັດ​ແຍ່ງ​ເລື່ອງ​ນ້ຳ 37 ຄັ້ງລະຫວ່າງ​ປະ​ເທດ​ຕ່າງໆ. ນອກຈາກ​ນີ້ ທ່ານ ​ໂມຣາ​ເລ​ສ ກ່າວ​ອີກ​ວ່າ: ປະຊາຊົນ​ກວ່າ 800 ລ້ານ​ຄົນ​ຂາດ​ນ້ຳດື່ມ​ສະອາດ ​ແລະ ປະຊາຊົນ​ກວ່າ 2.500 ລ້ານ​ຄົນ​ບໍ່​ມີ​ລະບົບ​ສຸຂະ​ອະນາ​ໄມ​ຂັ້ນພື້ນຖານ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ​ໂມຣາ​ເລ​ສ ກ່າວ​ວ່າ: ​ໂລກ​ທຸກ​ວັນ​ນີ້​ຍັງ​ຢູ່​ບົນ​ເສັ້ນທາງ​ທີ່​ແທດ​ເໝາະ​ເປົ້າໝາຍ​ທີ່ ສປຊ ກຳນົດ​ໄວ້​ໃນ​ປີ 2030 ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ສົ່ງ​ເສີມ​ຄວາມ​ໝັ້ນຄົງ​ຂອງ​ນ້ຳ ​ແລະ ປະຊາຊົນ​ທົ່ວ​ໂລກ​ເຂົ້າ​ເຖິງ​ນ້ຳສະອາດ​ກັບ​ລະບົບ​ສຸຂະ​ອະນາ​ໄມ.

- 3 - ສປຊ ເຕືອນທົ່ວໂລກຮັບມືຂາດເຂີນນ້ຳຈືດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!