ອີຕາລີ ເຜີຍ ຍອດຜູ້ເສຍຊີວິດ ໂຄວິດ -19 ສູງເກີນ 6.000 ຄົນ
ກະຊວງສາທາລະນາສຸກ ອີຕາລີ ເປີດເຜີຍວ່າ ຂໍ້ມູນໃນວັນທີ 23 ມີນາ ຍອດຜູ້ເສຍຊີວິດຈາກໄວຣັສໂຄໂຣນາ ສາຍພັນໃໝ່ (ໂຄວິດ 19) ໃນອີຕາລີແລ້ວ 6.077 ຄົນ, ຂະນະທີ່ຈຳນວນຜູ້ຕິດເຊື້ອມີ 63.927 ຄົນ ແລະ ມີຜູ້ປ່ວຍທີ່ສາມາດຮັກສາຫາຍແລ້ວ 7.432 ຄົນ.
ກ່ອນໜ້ານີ້ ຂໍ້ມູນ ວັນທີ 22 ມີນາ ລາຍງານວ່າ ອີຕາລີມີຜູ້ຕິດເຊື້ອ 59.138 ຮັກສາຫາຍ 7.024 ຄົນ ແລະ ເສຍຊີວິດ 5.476 ຄົນ. ຈະເຫັນວ່າ ມີຜູ້ເສຍຊີວິດເພີ່ມຂຶ້ນ ໃນວັນດຽວສູງເຖິງ 601 ຄົນ.
ເຖິງຢ່າງໃດກໍຕາມ ອີຕາລີ ຍັງໃຊ້ມາດຕະການ ປິດເມືອງທົ່ວປະເທດ ແລະ ກັກປະຊາຊົນ 60 ລ້ານຄົນບໍ່ໃຫ້ອອກນອກເຮືອນເວັ້ນແຕ່ຈະມີເຫດສຸກເສີນ.
ນອກຈາກນີ້ ລັດຖະບານມີຄຳສັ່ງໃຫ້ປິດຮ້ານຄ້າ, ຮ້ານອາຫານ, ໂຮງຮຽນ, ໂຮງລະຄອນ, ພິພິຕະພັນ, ສະຖານບັນເທີງ ແລະ ສະຖານທີ່ທົ່ວປະເທດ ຍົກເວັ້ນຮ້ານຂາຍຢາ, ຮ້ານຂາຍ ຍ່ອຍ, ທະນາຄານ, ປ້ຳນ້ຳມັນ ແລະ ລະບົບຂົນສົ່ງສາທາລະນະ ທີ່ຍັງເປີດໃຫ້ບໍລິການ./.
